ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບປະທານາທິບໍດີ ບັງກະລາເທດ Mohammed Shahabuddin
ກປ.ອອນໄລ - ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ) ໃນຂອບເຂດການໄປຢ້ຽມຢາມ ບັງກະລາເທດ ຢ່າງເປັນທາງການ, ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ Mohammed Shahabuddin ປະທານາທິບໍດີ ບັງກະລາເທດ.
ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະທ່ານປະທານປະທານາທິບໍດີ Mohammed Shahabuddin ຕີລາຄາວ່າ, ການພົວພັນຫວຽດນາມ - ບັງກະລາເທດ ມີບາດກ້າວພັດທະນາກະໂດດຂັ້ນພາຍຫຼັງ 5 ທົດສະວັດ (1973-2023). ພິເສດ, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນນັບມື້ນັບແໜ້ນແຟ້ນກວ່າເກົ່າຜ່ານການຮັກສາການແລກປ່ຽນຄະນະຜູ້ແທນ ແລະການພົບປະທຸກຂັ້ນ, ທຸກຊ່ອງທາງ ກໍ່ຄືສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ. ວົງເງິນການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະບັງກະລາເທດ ໄດ້ເພີ່ມຂຶ້ນທົບ 4 ເທົ່າໃນໄລຍະ 10 ປີຜ່ານມາ, ຈາກປະມານ 350 ລ້ານໂດລາສະຫະລັດ ໃນປີ 2012 ຂຶ້ນເປັນເກືອບ 1,5 ຕື້ໂດລາສະຫະລັດ ໃນປີ 2022.
    |
 |
|
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບທ່ານປະທານາທິບໍດີບັງກະລາເທດ Mohammed Shahabuddin. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍບັງກະລາເທດ ໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ເຊິ່ງສະແດງອອກຜ່ານເລື່ອງສອງຝ່າຍຫາກໍ່ລົງນາມຕໍ່ກຳນົດເວລາໃຫ້ບົດບັນທຶກຊ່ວຍຈຳກ່ຽວກັບການຄ້າເຂົ້າສານໄລຍະ 2022-2027.
ສ່ວນທ່ານປະທານາທິບໍດີ ບັງກະລາເທດ Mohammed Shahabuddin ສະເໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມືດ້ານເສດຖະກິດ; ສົ່ງເສີມບັນດາວິສາຫະກິດຫວຽດນາມ ລົງທຶນຢູ່ບັນດາເຂດເສດຖະກິດພິເສດຂອງບັງກະລາເທດ; ສະໜັບສະໜູນຂໍ້ສະເໜີຂອງຫວຽດນາມ ກ່ຽວກັບການເປີດສາຍການບິນໂດຍກົງໂດຍໄວ ເພື່ອຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ.
ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນ, ການນໍາສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ສະໜັບສະໜູນເຊິ່ງກັບ ແລະກັນຢູ່ບັນດາເວທີປາໄສຫຼາຍ ຝ່າຍ ຄື ສປຊ, ອາຊຽນ...
ໂດຍ: ທະນາພອນ