ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບການນຳບັນດາພັກຢູ່ບັງກະລາເທດ; ຕ້ອນຮັບປະທານສະມາຄົມມິດຕະພາບບັງກະລາເທດ - ຫວຽດນາມ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມ ບັງກະລາເທດ ຢ່າງເປັນທາງການ ຕອນເຊົ້າວັນທີ 22 ກັນຍາ ຢູ່ນະຄອນຫຼວງ Dhaka, ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານປະທານພັກກອມມູນິດບັງກະລາເທດ Shah Alam, ທ່ານປະທານພັກກຳມະກອນ, ປະທານກຳມາທິການສະຫວັດດີການສັງຄົມ ສະພາແຫ່ງຊາດບັງກະລາເທດ Rashed Khan Menon.
ທີ່ການຕ້ອນຮັບທ່ານປະທານພັກກອມມູນິດບັງກະລາເທດ Shah Alam, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະແດງຄວາມຫວັງວ່າ ຈະພ້ອມກັບບັງກະລາເທດ ປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະຍູ້ແຮງການຮ່ວມມືໃນທຸກຂົງເຂດ, ໃນນັ້ນມີຊ່ອງທາງພັກ ແລະການພົບປະແລກປ່ຽນປະຊາຊົນ.
    |
 |
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບທ່ານປະທານພັກກອມມູນິດບັງກະລາເທດ Shah Alam. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານ Shah Alam ປາດຖະໜາວ່າ ຫວຽດນາມ ອາດຈະກາຍເປັນຄູ່ຮ່ວມມືພັດທະນາຂອງບັງກະລາເທດ ໂດຍໄວ ແລະນັບມື້ນັບມີວິສາຫະກິດຫວຽດນາມ ຫຼາຍແຫ່ງມາລົງທຶນຢູ່ ບັງກະລາເທດ.
    |
 |
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບທ່ານປະທານພັກກຳມະກອນບັງກະລາເທດ Rashed Khan Menon. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການພົບປະກັບທ່ານປະທານພັກກຳມະກອນ, ປະທານກຳມາທິການສະຫວັດດີການສັງຄົມ ສະພາແຫ່ງຊາດບັງກະລາເທດ Rashed Khan Menon ແລະບັນດາສະມາຊິກພັກ, ທ່ານ ເວືອງດິ່ງເຫວະ ໄດ້ຊົມເຊີຍພັກກຳມະກອນບັງກະລາເທດ ສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຊີວິດການເມືອງຂອງບັງກະລາເທດ, ສວມບົດບາດຫຼັກແຫຼ່ງໃນກຳລັງຝ່າຍຊ້າຍຂອງຢູ່ບັງກະລາເທດ, ມານະພະຍາຍາມເພີ່ມທະວີຄວາມສາມັກຄີໃນບັນດາອົງການຈັດຕັ້ງມະຫາຊົນ ແລະເຕົ້າໂຮມປະຊາຊົນຊາວຜູ້ອອກແຮງງານຢູ່ບັງກະລາເທດ ກໍ່ຄືຍູ້ແຮງການຮ່ວມມືກັບບັນດາພັກຝ່າຍຊ້າຍ, ກຳມະກອນໃນໂລກ.
ກໍ່ໃນວັນດຽວກັນ, ທີ່ນະຄອນຫຼວງ Dhaka, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບ ທ່ານ Shamsher M. Chowdhury ປະທານສະມາຄົມມິດຕະພາບບັງກະລາເທດ - ຫວຽດນາມ.
ໂດຍ: ທະນາພອນ