leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ພົບປະກັບທ່ານ Klaus Iohannis ປະທານາທິບໍດີ Rumanid. ພາບ: baochinhphu.vn

ທີ່ການພົບປະກັບທ່ານ Klaus Iohannis ປະທານາທິບໍດີ Rumani, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ສະເໜີໃຫ້ສອງຝ່າຍເພີ່ມທະວີການສຳຜັດ ແລະແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຂັ້ນສູງ ແລະສືບຕໍ່ສ້າງບາດກ້າວບຸກທະລຸກ່ຽວກັບການຄ້າ-ການລົງທຶນ ເພື່ອໃຫ້ການພົວພັນສອງປະເທດພັດທະນາສົມກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຕ່ລະປະເທດ; ພັດທະນາການຮ່ວມມືກ່ຽວກັບແຮງງານ ແລະການສຶກສາ - ບຳລຸງສ້າງ, ແບ່ງປັນບົດຮຽນກ່ຽວກັບການຄຸ້ມຄອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແລະ ແມ່ນ້ຳ Danube ແບບຍືນຍົງ.

ໃນການພົບປະກັບທ່ານປະທານາທິບໍດີໂປໂລຍ Andrzej Duda, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານກັບໂປໂລຍ.

ສ່ວນທ່ານປະທານາທິບໍດີ ໂປໂລຍ ຖືວ່າ: ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍ, ໃນນັ້ນມີບັນດາຂົງເຂດຄື: ການສຶກສາ - ບຳລຸງສ້າງ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການແພດ, ການຢາ, ກະສິກຳ ແລະຫວັງວ່າ ລັດຖະບານຫວຽດນາມ ຕັ້ງໜ້າສະໜັບສະໜູນວິສາຫະກິດໂປໂລຍ ລົງທຶນຢູ່ຫວຽດນາມ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ພົບປະກັບທ່ານປະທານກູບາ Miguel Diaz – Cane. ພາບ: ສໍານັກຂ່າວສານຫວຽດນາມ

ໃນການພົບປະກັບທ່ານ Miguel Diaz – Cane, ເລຂາທິການຜູ້ທີໜຶ່ງ, ປະທານກູບາ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ຖືວ່າ: ສອງຝ່າຍຄວນສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການພົວພັນດ້ານການຄ້າ, ການລົງທຶນ, ນຳການພົວພັນເສດຖະກິດໃຫ້ສົມກັບການພົວພັນທາງການເມືອງອັນດີງາມລະຫວ່າງສອງປະເທດ.

ສ່ວນທ່ານປະທານ Miguel Diaz – Cane ຢັ້ງຢືນວ່າ ຈະຊີ້ນໍາໃຫ້ບັນດາກະຊວງ, ຂະແໜງການສົມທົບກັນຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ, ການລົງທຶນ, ການຄ້າ...

ກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມີງຈິ໊ງ ກໍ່ໄດ້ຕ້ອນຮັບການນຳບັນດາກຸ່ມບໍລິສັດເສດຖະກິດແຖວໜ້າຂອງອາເມລິກາ ແລະໂລກ, ເຊິ່ງລວມມີ: ກຸ່ມບໍລິສັດເຕັກໂນໂລຊີ Microsoft, ກອງທຶນ Gates, ກຸ່ມບໍລິສັດເຕັກໂນໂລຊີ SpaceX, ບໍລິສັດເຄື່ອງດື່ມ Coca – Cola, ກຸ່ມບໍລິສັດພະລັງງານທົດແທນ Pacifico Enregy…

ໂດຍ: ທະນາພອນ