leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ສະຖາບັນ. ພາບ: quochoi.vn

ກ່າວຄຳເຫັນຕໍ່ໜ້ານັກປະຖະກະຖາ, ນັກວິທະຍາສາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກຳນົດປະຊາຊົນເປັນໃຈກາງ, ເປັນເຈົ້າຂອງ ແລະກຳລັງໜູນຫຼັກຂອງພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ. ສັນຕິພາບ ແລະ ການພັດທະນາແບບຍືນຍົງຈະພຽງແຕ່ສາມາດບັນລຸໄດ້ເມື່ອປະຊາຊົນມີຊີວິດການເປັນຢູ່ທີ່ອີ່ມໜຳສຳລານ, ສົມບູນພູນສຸກ ແລະປອດໄພ.

ໃນຂົງເຂດການຕ່າງປະເທດ, ຕາມທ່ານປະທານສະພາແຫ່ງຊາດ ແລ້ວ, ຫວຽດນາມ ພວມມານະພະຍາຍາມຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືທີ່ມີປະສິດທິຜົນກັບບັນດາປະເທດ, ເປັນຕົ້ນແມ່ນບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ ຄື ບັງກລາເທດ.

ທ່ານໃຫ້ຮູ້ວ່າ ທ່າມກາງການຜັນແປທີ່ສັບສົນຂອງຍຸກສະໄໝ ແລະປະຫວັດສາດ, ການພັດທະນາຢ່າງແຮງຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືອັນດີງາມລະຫວ່າງຫວຽດນາມ ແລະບັງກລາເທດ ແມ່ນຍືນຍົງຄົງຕົວຕະຫຼອດການ. ໃນທ່າພັດທະນາລວມຂອງການພົວພັນຮ່ວມມືລະຫວ່າງສອງປະເທດ, ການພົວພັນລັດຖະສະພາລະຫວ່າງ ຫວຽດນາມ ແລະບັງກລາເທດ ກໍ່ມີຫຼາຍບາດກ້າວບຸກທະລຸ. ສະພາແຫ່ງຊາດສອງປະເທດ ໄດ້ ແລະພວມຮ່ວມມືກັນຢ່າງແໜ້ນແຟ້ນ, ພ້ອມກັນຊຸກຍູ້ ແລະຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ