ວັນທີ 31 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Ruben Omar Orozco Burgo, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງແອນຊາວາດໍ ປະຈຳ ຫວຽດນາມ.

leftcenterrightdel
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ປາດຖະໜາຢາກສົມທົບກັບສະຖານທູດແອນຊາວາດໍ ຜັນຂະຫຍາຍບັນດາການເຄື່ອນໄຫວພົບປະແລກປ່ຽນ, ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງປະຊາຊົນ ຫວຽດນາມ - ແອນຊາວາດໍ ຜ່ານບັນດາການເຄື່ອນໄຫວລະອຽດ. ຕາມທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ແລ້ວ, ຫວຽດນາມ ແລະແອນຊາວາດໍ ເຖິງວ່າຢູ່ຫ່າງໄກທາງພູມີສາດກໍ່ຕາມ ແຕ່ມີການພົວພັນມິດຕະພາບອັນດີງາມ. ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແລະຄະນະກຳມະການຫວຽດນາມ ສາມັກຄີກັບປະຊາຊົນແອນຊາວາດໍ ຈະເປັນສະຖານທີ່ຕ້ອນຮັບຄະນະຜູ້ແທນ, ອົງການຈັດຕັ້ງປະຊາຊົນ ແລະບັນດາອົງການຂອງແອນຊາວາດໍ ທີ່ມີຄວາມປາດຖະໜາຢາກເຮັດວຽກກັບບັນດາຄູ່ຮ່ວມມື ຫວຽດນາມ.

ທ່ານເອກອັກຄະລັດຖະທູດ Ruben Omar Orozco Burgo ໃຫ້ຮູ້ວ່າ ເຫດການເປີດສະຖານທູດແອນຊາວາດໍ ປະຈຳ ຮ່າໂນ້ຍ  (ວັນທີ 15 ກຸມພາ 2016) ແມ່ນຂີດໝາຍສຳຄັນທີ່ສຸດໃນການພົວພັນລະຫວ່າງສອງປະເທດ. ທ່ານເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ການພົວພັນກັບຫວຽດນາມ ແມ່ນພື້ນຖານເພື່ອໃຫ້ແອນຊາວາດໍ ເພີ່ມທະວີການພົບປະແລກປ່ຽນກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ພ້ອມກັນນັ້ນກໍ່ໜູນຊ່ວຍ ຫວຽດນາມ ເປີດກວ້າງຕະຫຼາດຢູ່ພາກພື້ນອາເມລິກາກາງ. ທ່ານເອກອັກຄະລັດຖະທູດ ຍັງໃຫ້ຮູ້ຕື່ມອີກວ່າ, ແອນຊາວາດໍ ປາດຖະໜາຢາກປຶກສາຫາລືກ່ຽວກັບບົດຮຽນ, ປະສົບການ ແລະຮ່ວມມືພັດທະນາເສດຖະກິດກັບຫວຽດນາມ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ສອງປະເທດມີທ່າແຮງໃນການສົ່ງອອກກາເຟ ສາມາດຮ່ວມມືເພື່ອພ້ອມກັນພັດທະນາ.

ໂດຍ: ທະນາພອນ