ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢືນຢັນວ່າ ໝາກຜົນການເຂົ້າຮ່ວມຮັກສາສັນຕິພາບສະຫະປະຊາຊາດຂອງ ຫວຽດນາມ ໃນໄລຍະເກືອບ 10 ປີຜ່ານມາ ບໍ່ພຽງແຕ່ປະກອບສ່ວນຢ່າງແທດຈິງເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງໃນໂລກເທົ່ານັ້ນ, ຫາກຍັງປະກອບສ່ວນຫຼາຍຢ່າງເພື່ອຍົກສູງທີ່ຕັ້ງ ແລະອິດທິພົນຊື່ສຽງຂອງບັນດາກຳລັງປະກອບອາວຸດປະຊາຊົນຫວຽດນາມ, ໂຄສະນາພາບພົດປະເທດຫວຽດນາມ ຮັກຫອມສັນຕິພາບ, ມີຄວາມໄວ້ເນື້ອເຊື່ອໃຈ ແລະມີຄວາມຮັບຜິດຊອບ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ກ່າວຄຳເຫັນທີ່ພິທີ. ພາບ: baoquocte.vn

ຕອນເຊົ້າວັນດຽວກັນ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ນິວຢອກ ກໍ່ຈັດບັນດາເຫດການເຊີດຊູການອຸທິດສ່ວນ ແລະການເສຍສະຫຼະຊີວິດຂອງບັນດາກຳລັງ “ຮັກສາສັນຕິພາບສະຫະປະຊາຊາດ” ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສາກົນກຳລັງຮັກສາສັນຕິພາບສະຫະປະຊາຊາດສາກົນ (29 ພຶດສະພາ 1948 - 29 ພຶດສະພາ 2023).

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ