ຫວຽດນາມ ໃຫ້ຄຳໝັ້ນສັນຍາປະກອບສ່ວນເພື່ອສັນຕິພາບ ແລະການພັດທະນາວັດທະນາຖາວອນ
ກປ.ອອນໄລ - ຕອນເຊົ້າວັນທີ 25 ພຶດສະພາ, ຢູ່ນະຄອນຫຼວງໂຕກຽວ (ຍີ່ປຸ່ນ), ທ່ານ ເຈິ່ນລືວກວາງ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມ ແລະກ່າວປາໄສທີ່ກອງປະຊຸມສຸດຍອດອາຊີ ຄັ້ງທີ 28.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ຕີລາຄາສູງກ່ຽວກັບຫົວຂໍ້ “ຍົກລະດັບກຳລັງແຮງຂອງອາຊີ ໃນການແກ້ໄຂສິ່ງທ້າທາຍໃນທົ່ວໂລກ” ບໍ່ພຽງແຕ່ມີຄວາມເໝາະສົມ ແລະສອດຄ່ອງເທົ່ານັ້ນ, ຫາກຍັງແມ່ນຄໍາສັ່ງການກະທໍາ, ແມ່ນຄວາມຮັບຜິດຊອບອັນໃຫຍ່ຫຼວງຂອງບັນດາປະເທດອາຊີ ເພື່ອສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນໃນພາກພື້ນ ແລະໃນໂລກອີກດ້ວຍ. ທ່ານ ເຈິ່ນລືວກວາງ ເນັ້ນໜັກວ່າ ໂລກ ແລະ ອາຊີ ພວມມີການຫັນປ່ຽນຢ່າງເລິກເຊິ່ງທັງກາລະໂອກາດ ແລະສິ່ງທ້າທາຍສະຫຼັບກັນໄປຫຼາຍຢ່າງ. ໃນສະພາບການດັ່ງກ່າວນັ້ນ, ອາຊີ ຕ້ອງມີຄວາມຮັບຜິດຊອບ ແລະສວມບົດບາດສຳຄັນເຂົ້າໃນວິວັດການຂຸດຄົ້ນກາລະໂອກາດ, ແກ້ໄຂຄວາມຫຍຸ້ງຍາກ ແລະສິ່ງທ້າທາຍອັນໃຫຍ່ຫຼວງຂອງຍຸກສະໄໝຢ່າງມີປະສິດທິຜົນ. ທ່ານ ເຈິ່ນລືວກວາງ ຢືນຢັນວ່າ ອາຊີ ມີຄວາມສາມາດບົ່ມຊ້ອນ, ມີທ່າແຮງຢ່າງຄົບຖ້ວນເພື່ອຍົກລະດັບການປະກອບສ່ວນແກ້ໄຂສິ່ງທ້າທາຍຂອງມວນມະນຸດ, ກາຍເປັນແບບຢ່າງໃຫ້ແກ່ການສ້າງສັນຕິພາບ, ການຮ່ວມມື ແລະ ພັດທະນາ.
    |
 |
ຫວຽດນາມ ໃຫ້ຄຳໝັ້ນສັນຍາປະກອບສ່ວນເພື່ອສັນຕິພາບ, ການພັດທະນາວັດທະນາຖາວອນ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ເຈິ່ນລືວກວາງ ສະເໜີໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຄວນປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ມຸ່ງໄປເຖິງການບັນລຸກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982; ພ້ອມກັນນັ້ນຄວນລະງັບໃຈ, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ບໍ່ລະເມີດອະທິປະໄຕ, ສິດອະທິປະໄຕ ແລະສິດອຳນາດສານຂອງບັນດາປະເທດທີ່ກ່ຽວຂ້ອງ ເຊິ່ງໄດ້ຮັບການສ້າງຕັ້ງໂດຍ UNCLOS 1982.
ທີ່ກອງປະຊຸມ, ທ່ານ ເຈິ່ນລືວກວາງ ໄດ້ແບ່ງປັນເປົ້າໝາຍ, ການກໍານົດທິດທາງ, ທັດສະນະ ແລະບຸລິມະສິດພັດທະນາຂອງຫວຽດນາມ; ໂດຍເນັ້ນໜັກວ່າ ຫວຽດນາມ ຢຶດໝັ້ນຕໍ່ການປະຕິບັດແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ ແລະຫຼາຍຮູບຫຼາບແບບ, ເປັນເພື່ອນມິດທີ່ດີ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະປະກອບສ່ວນຈົນສຸດຄວາມສາມາດຂອງຕົນ ເພື່ອສັນຕິພາບ, ການຮ່ວມມື, ສະຖຽນລະພາບ ແລະການພັດທະນາວັດທະນາຖາວອນ ຢູ່ອາຊີ ແລະໃນໂລກ.
ໂດຍ: ທູຈາງ