ປະທານປະເທດ ພົບປະຊາວໜຸ່ມດີເດັ່ນທີ່ປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່
ກປ.ອອນໄລ - ຕອນບ່າຍວັນທີ 25 ພຶດສະພາ, ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ພົບປະ, ລະດົມກຳລັງໃຈຊາວໜຸ່ມດີເດັ່ນທີ່ປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່ ປີ 2023 ຂອງຄະນະພັກກຸ່ມບັນດາອົງການຈັດຕັ້ງຂັ້ນສູນກາງ.
ນີ້ແມ່ນບັນດາແບບຢ່າງໃນການຮ່ຳຮຽນ, ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈີມິນ, ມີການປະກອບສ່ວນເຂົ້າໃນວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ, ເຍົາວະຊົນ, ມີຊື່ສຽງ ແລະຜົນສະທ້ອນທີ່ຕັ້ງໜ້າໃນໝູ່ສະມາຊິກຊາວໜຸ່ມ, ຊາວໜຸ່ມກຸ່ມບັນດາອົງການຈັດຕັ້ງຂັ້ນສູນກາງ.
    |
 |
ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ແລະຜູ້ແທນທີ່ການພົບປະສັງສັນ. ພາບ: ສຳນັກຂ່າວສານຫວຽດນາມ. |
ກ່າວຄຳເຫັນທີ່ການພົບປະສັງສັນ, ຕາງໜ້າການນຳພັກ ແລະລັດ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາຊາວໜຸ່ມດີເດັ່ນຂອງກຸ່ມອົງການຈັດຕັ້ງຂັ້ນສູນກາງ ກ່ຽວກັບໝາກຜົນ ແລະຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມາ; ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເປັນສະມາຊິກຊາວໜຸ່ມ, ຊາວໜຸ່ມກຸ່ມບັນດາອົງການຈັດຕັ້ງຂັ້ນສູນກາງເວົ້າສະເພາະ, ຊາວໜຸ່ມທົ່ວປະເທດເວົ້າລວມ ໃນພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ.
ທ່ານປະທານປະເທດ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍເຈດຈຳນົງ, ຄວາມສາມາດ ແລະຈິດໃຈຕະລຸມບອນ, ອາສາສະໝັກຂອງໄວໜຸ່ມ, ສະມາຊິກຊາວໜຸ່ມ, ຊາວໜຸ່ມກຸ່ມບັນດາອົງການຈັດຕັ້ງຂັ້ນສູນກາງ ຈະສືບຕໍ່ຍາດໄດ້ໝາກຜົນ, ຜົນງານໃຫຍ່ຫຼວງກວ່າເກົ່າ, ສົມກັບຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັກແພງຂອງຄະນະພັກ, ການນຳບັນດາອົງການ, ກົມກອງໃນກຸ່ມ.
ໂດຍ: ແສງເດືອນ