leftcenterrightdel
ພາບປະກອບ. 

ກອງປະຊຸມແບບທາງໄກລັດຖະມົນຕີອາຊຽນ ກ່ຽວກັບສະຫວັດດີການສັງຄົມ ແລະການພັດທະນາ ຄັ້ງທີ 11 ດ້ວຍຫົວຂໍ້ "ຍູ້ແຮງການປະຕິບັດບັນດາຄຳໝັ້ນສັນຍາຂອງອາຊຽນ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ຜ່ານການປະສານສົມທົບທາງເພດ ແລະເຊື່ອມຕົວເຂົ້າກັບສັງຄົມ“, ໄດ້ດຳເນີນໃນຕອນເຊົ້າວັນທີ 25 ພຶດສະພາ. ກອງປະຊຸມມີການເຂົ້າຮ່ວມຂອງລັດຖະມົນຕີ, ຫົວໜ້າຄະນະຮັບຜິດຊອບຂົງເຂດສະຫວັດດີການສັງຄົມ ແລະພັດທະນາຂອງ 10 ປະເທດສະມາຊິກອາຊຽນ ແລະ ທ່ານເລຂາທິການໃຫຍ່ອາຊຽນ ພາຍໃຕ້ການເປັນປະທານຂອງມາເລເຊຍ, ປະທານກອງປະຊຸມ. ເຂົ້າຮ່ວມກອງປະຊຸມ, ທ່ານ ເລເຕິນຢຸງ ຫົວໜ້າຄະນະຜູ້ແທນຫວຽດນາມ, ຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ເນັ້ນໜັກວ່າ ດ້ວຍກຳລັງແຮງງານຍິງ ບັນລຸ 23,5 ລ້ານຄົນ, ກວມເອົາ 46,5% ກຳລັງແຮງງານໃນທົ່ວປະເທດ, ຫວຽດນາມ ຍາມໃດກໍ່ໃຫ້ຄຳໝັ້ນສັນຍາຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະມອບສິດໃຫ້ແກ່ແມ່ຍິງ, ພິເສດແມ່ນໃນຂົງເຂດແຮງງານ ແລະວຽກເຮັດງານທຳ. ທ່ານກ່າວວ່າ:

ຫວຽດນາມ ມີຄວາມປາດຖະໜາຢາກຮ່ວມແຮງຮ່ວມໃຈກັບອາຊຽນ ຊຸກຍູ້ ແລະສ້າງກອບນິຕິກຳຢ່າງສົມບູນແບບເພື່ອຮັບປະກັນສິດ, ຜົນປະໂຫຍດ ແລະການເຂົ້າເຖິງກັບບໍລິການຂອງສັງຄົມໂດຍພື້ນຖານໃຫ້ກຸ່ມຜູ້ມີອາຍຸສູງ, ເດັກນ້ອຍ. ຫວຽດນາມ ໃຫ້ຄຳໝັ້ນສັນຍາພ້ອມກັບບັນດາປະເທດອາຊຽນ ຊຸກຍູ້ການຍົກສູງຄວາມຮັບຮູ້, ເພີ່ມທະວີການຮ່ວມມື ກໍ່ຄືບັນດາຄວາມມານະພະຍາຍາມລວມໝູ່ ເພື່ອແນໃສ່ຮັບປະກັນສະຫວັດດີການ, ຄວາມຜາສຸກໃຫ້ແກ່ພົນລະເມືອງອາຊຽນ ໝົດທຸກຄົນ ແລະບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ