ຕ້ອນຮັບທ່ານ Khalid Ali Abdullah Abel ເອກອັກຄະລັດຖະທູດ ກາຕາ, ທ່ານປະທານປະເທດ ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນທີ່ເວທີປາໄສຫຼາຍຝ່າຍ ແລະອົງການຈັດຕັ້ງສາກົນ; ຕັ້ງໜ້າຜັນຂະຫຍາຍບັນດາຄໍາໝັ້ນສັນຍາເສດຖະກິດ, ການຄ້າ ແລະການລົງທຶນ, ໃນສະເພາະໜ້າແມ່ນຜັນຂະຫຍາຍບັນດາຄໍາໝັ້ນສັນຍາທີ່ບັນລຸໄດ້ໃນການຢ້ຽມຢາມ ກາຕາ ຂອງທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດຫວຽດນາມ.

leftcenterrightdel
ປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານ Khalid Ali Abdullah Abel ເອກອັກຄະລັດຖະທູດ ກາຕາ ເຂົ້າຍື່ນສານຕາຕັ້ງ. ພາບ: TTXVN

ສ່ວນທ່ານເອກອັກຄະລັດຖະທູດ ກາຕາ Khalid Ali Abdullah Abel ສະແດງຄວາມເຫັນດີເຫັນພ້ອມກັບທ່ານປະທານປະເທດ ກ່ຽວກັບການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມ ກາຕາ ຂອງທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດຫວຽດນາມ ຢ່າງມີປະສິດທິຜົນ ແລະໃຫ້ຮູ້ວ່າ ຈະມານະພະຍາຍາມຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງນີ້. ທ່ານເອກອັກຄະລັດຖະທູດ ປາດຖະໜາຢາກນໍາຜະລິດຕະພັນກະເສດ ແລະຄົນງານຈາກຫວຽດນາມ ໄປຍັງຕະຫຼາດກາຕາ.

ຕ້ອນຮັບທ່ານ Marco Farani ເອກອັກຄະລັດຖະທູດ ບຣາຊິນ, ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນ ແລະປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ ແລະຄູ່ຮ່ວມມືຮອບດ້ານກັບ ບຣາຊິນ ກວ່າອີກ.

leftcenterrightdel
ປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານ Marco Farani ເອກອັກຄະລັດຖະທູດ ບຣາຊິນ ເຂົ້າຍື່ນສານຕາຕັ້ງ. ພາບ: TTXVN

ທ່ານປະທານປະເທດ ຖືວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືແມ່ນຍັງຫຼາຍຢູ່, ສະນັ້ນ, ສອງປະເທດຕ້ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ຊຸກຍູ້ການແລກປ່ຽນວັດທະນະທໍາ, ກິລາກາຍະກໍາ, ການພົບປະແລກປ່ຽນປະຊາຊົນ; ສະເໜີລັດຖະບານສອງປະເທດ ຈັດກອງປະຊຸມຄັ້ງທີ III ຄະນະກໍາມະການປະສົມ ຫວຽດນາມ-ບຣາຊິນ ໂດຍໄວ, ຜ່ານນັ້ນຊຸກຍູ້ການຮ່ວມມືດ້ານການຄ້າ ແລະການລົງທຶນ. ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບຣາຊິນ ເພື່ອແລກປ່ຽນກ່ຽວກັບການເປີດຕະຫຼາດຜະລິດຕະພັນກະເສດຂອງສອງຝ່າຍ. ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ເພື່ອເພີ່ມທະວີການພົວພັນລະຫວ່າງ ອາຊຽນ ແລະບຣາຊິນ, ລະຫວ່າງ ອາຊຽນ ແລະ MERCOSUR.

ສ່ວນທ່ານ Marco Farani ເອກອັກຄະລັດຖະທູດ ບຣາຊິນ ຕີລາຄາສູງຖານະທີ່ຕັ້ງຂອງຫວຽດນາມ ໃນເວທີສາກົນ. ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ ສອງຝ່າຍຈະຊຸກຍູ້ການຮ່ວມມືດ້ານກະສິກໍາ ເຊິ່ງແມ່ນຂົງເຂດ ທີ່ ບຣາຊິນ ມີທ່າໄດ້ປຽບຫຼາຍ, ໂດຍສະເພາະແມ່ນສຸຂະອະນາໄມດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານສະບຽບອາຫານ. 

ຕ້ອນຮັບທ່ານນາງ Alenka Suhadolnik ເອກອັກຄະລັດຖະທູດ ສະໂລເວເນຍ, ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະພົບປະຂັ້ນສູງ; ຕັ້ງໜ້າສົມທົບກັນ, ກະກຽມໃຫ້ແກ່ກອງປະຊຸມ ຄັ້ງທີ 3 ຂອງຄະນະກໍາມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືດ້ານເສດຖະກິດ ຈະມາເຖິງ ເພື່ອປຶກສາຫາລືທິດທາງຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ. ສອງຝ່າຍ ຕ້ອງຍູ້ແຮງການຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນສິລະປະວັດທະນະທໍາ, ພົບປະແລກປ່ຽນປະຊາຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ. ທ່ານປະທານປະເທດ ສະເໜີສອງປະເທດ ເພີ່ມທະວີການຮ່ວມມືໃນບັນດາເວທີປາໄສ ແລະອົງການຈັດຕັ້ງສາກົນ, ແບ່ງປັນທັດສະນະກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນ.

leftcenterrightdel
ປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານນາງ Alenka Suhadolnik ເອກອັກຄະລັດຖະທູດ ສະໂລເວເນຍ ເຂົ້າຍື່ນສານຕາຕັ້ງ. ພາບ: TTXVN

ສ່ວນທ່ານນາງ Alenka Suhadolnik ໃຫ້ຮູ້ວ່າຈະມານະພະຍາຍາມປະກອບສ່ວນເພີ່ມທະວີການຮ່ວມມືສອງຝ່າຍ ແລະຈັດຕັ້ງຫຼາຍກິດຈະກໍາສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ແລະປາດຖະໜາຢາກເພີ່ີມທະວີການຮ່ວມມືຢ່າງແໜ້ນແຟ້ນໃນບັນດາຂົງເຂດທີ່ທັງສອງປະເທດມີຫຼາຍຈຸດທີ່ຄ້າຍຄືກັນ ຄື ເສດຖະກິດສີຂຽວ, ຫັນເປັນດີຈີຕອນ, ການເດີນທະເລ ແລະຊຸກຍູ້ການພົບປະແລກປ່ຽນປະຊາຊົນ.

ຕ້ອນຮັບທ່ານ João Weistein ເອກອັກຄະລັດຖະທູດ ປອກຕຸຍການ, ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີ ໃນໄລຍະຈະມາເຖິງສອງຝ່າຍຈະເພີ່ມທະວີການຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ; ສະເໜີທ່ານ ທູດ ຊຸກຍູ້ການສ້າງຕັ້ງການພົວພັນຮ່ວມມື, ແຮກສ່ຽວລະຫວ່າງທ້ອງຖິ່ນສອງປະເທດ... ທ່ານປະທານປະເທດ ສະເໜີສອງປະເທດ ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືດ້ານການທ່ອງທ່ຽວ, ແລກປ່ຽນວັດທະນະທໍາ, ພົບປະແລກປ່ຽນປະຊາຊົນ, ແຂ່ງຂັນກິລາມິດຕະພາບ ເພື່ອປະກອບສ່ວນເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງ ປະເທດ.

leftcenterrightdel
ປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານ João Weistein ເອກອັກຄະລັດຖະທູດ ປອກຕຸຍການ ເຂົ້າຍື່ນສານຕາຕັ້ງ. ພາບ: TTXVN

ສ່ວນທ່ານເອກອັກຄະລັດຖະທູດ João Weistein ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ກ່ຽວກັບການສຶກສາ, ພະລັງງານໃໝ່ ແລະຂົງເຂດອື່ນທີ່ແຕ່ລະປະເທດມີທ່າແຮງ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນຊຸກຍູ້ ການພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.

ຕ້ອນຮັບທ່ານ Hannes Hanso ເອກອັກຄະລັດຖະທູດ ແອັດສະໂຕເນຍ, ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນມິດຕະພາບ ແລະການຮ່ວມມືທີ່ເປັນມູນເຊື້ອກັບບັນດາປະເທດບານຕິກ, ທ່ານປະທານປະເທດ ສະເໜີສອງປະເທດ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ. ຕາມນັ້ນ, ສອງຝ່າຍຕ້ອງເພີ່ມທະວີການແລກປ່ຽນ, ພົບປະຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາອົງການຈັດຕັ້ງ ແລະເວທີປາໄສສາກົນ.

leftcenterrightdel
ປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານ Hannes Hanso ເອກອັກຄະລັດຖະທູດ ແອັດສະໂຕເນຍ ເຂົ້າຍື່ນສານຕາຕັ້ງ. ພາບ: TTXVN

ທ່ານປະທານປະເທດ ສະເໜີ ແອັດສະໂຕເນຍ ໜູນຊ່ວຍຫວຽດນາມ ບໍາລຸງສ້າງກ່ຽວກັບສະເພາະຂະແໜງການ ເຊິ່ງ ແອັດສະໂຕເນຍ ມີທ່າແຮງ, ຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ຫັນເປັນດີຈີຕອນ, ຄວາມໝັ້ນຄົງທາງອິນເຕີແນັດ... ແລະຫວຽດນາມ ກໍພ້ອມແລ້ວທີ່ຈະຮັບເອົານັກສຶກສາ ແອັດສະໂຕເນຍ ມາສຶກສາຮໍ່າຮຽນ.

ຕ້ອນຮັບທ່ານນາງ Aminata Koita ເອກອັກຄະລັດຖະທູດ ກີເນ, ທ່ານປະທານປະເທດ ສະເໜີສອງຝ່າຍຕ້ອງຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ; ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ຕັ້ງໜ້າສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາອົງການຈັດຕັ້ງ ແລະເວທີປາໄສສາກົນ.

leftcenterrightdel
ປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານນາງ Aminata Koita ເອກອັກຄະລັດຖະທູດ ກີເນ ເຂົ້າຍື່ນສານຕາຕັ້ງ. ພາບ: TTXVN

ດ້ວຍທ່າແຮງໃນຂົງເຂດກະສິກໍາ, ທ່ານປະທານປະເທດ ຖືວ່າ ດ້ວຍການສະໜັບສະໜູນທີ່ຕັ້ງໜ້າຂອງລັດຖະບານສອງປະເທດ, ການຮ່ວມມືໃນຂົງເຂດນີ້ຈະພັດທະນາ ຢ່າງແຮງໃນໄລຍະຈະມາເຖິງ.

ສ່ວນທ່ານເອກອັກຄະລັດຖະທູດ Aminata Koita ສະແດງຄວາມປາດຖະໜາວ່າ ໃນອາຍຸການປະຕິບັດໜ້າທີ່ການທູດ ຢູ່ຫວຽດນາມ ທ່ານນາງ ຈະມານະພະຍາຍາມຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ໃນຂົງເຂດກະສິກໍາ, ຫວັງວ່າ ຫວຽດນາມ ຈະແບ່ງປັນກັບ ກີເນ ໃນຂົງເຂດນີ້.

ໂດຍ: ໄຊຊະນະ