ທີ່ການຕ້ອນຮັບ, ສະຫາຍ ເຈິ່ນລືວກວາງ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານຂອງພັກປະຊາຊົນປະຕິວັດລາວ ແລະປະຊາຊົນລາວບັນດາເຜົ່າໃນວິວັດການພັດທະນາເສດຖະກິດ-ສັງຄົມ; ໂດຍເນັ້ນໜັກວ່າ, ການພົວພັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດພວມພັດທະນາຢ່າງຕັ້ງໜ້າ; ສະຫາຍກໍ່ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມ ແລະເຮັດວຽກຄັ້ງນີ້ຂອງຄະນະຜູ້ແທນ ກະຊວງພາຍໃນລາວ ຈະປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ເລິກເຊິ່ງກວ່າອີກ.

leftcenterrightdel
ສະຫາຍ ເຈິ່ນລືວກວາງ ຮອງນາຍົກລັດຖະມົນຕີຫວຽດນາມ  ຕ້ອນຮັບສະຫາຍ  ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນລາວ. ພາບ: ຫາຍມິງ.

ສະຫາຍ ຮອງນາຍົກລັດຖະມົນຕີ ຢືນຢັນວ່າ ບັນດາການເຄື່ອນໄຫວຮ່ວມມືລະຫວ່າງສອງກະຊວງພາຍໃນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງແທດຈິງ, ມີປະສິດທິຜົນ ແລະບັນລຸໄດ້ບັນດາຜົນງານຫຼາຍຢ່າງໃນການປະຕິຮູບດ້ານບໍລິຫານ, ການເຫຼື້ອມໃສເຊື່ອຖືສາສະໜາ, ການບຳລຸງກໍ່ສ້າງພະນັກງານ…; ໃນໄລຍະຈະມາເຖິງ, ສະຫາຍ ຮອງນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງພາຍໃນສອງປະເທດ ສົມທົບກັນຢ່າງແໜ້ນແຟ້ນກວ່າອີກໃນການປະຕິບັດບັນດາບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງສອງອົງການ; ຕັ້ງໜ້າຜັນຂະຫຍາຍວຽກງານວິຊາການ ຄື: ຄົ້ນຄວ້າສ້າງກົດໝາຍ, ຄຸ້ມຄອງລັດ; ແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສອງກະຊວງ, ບຳລຸງກໍ່ສ້າງພະນັກງານລັດຖະກອນ; ແບ່ງປັນບົດຮຽນໃນການສ້າງລະບອບລະບຽບການທີ່ກ່ຽວຂ້ອງກັບອໍານາດການປົກຄອງທ້ອງຖິ່ນ...

ສ່ວນສະຫາຍ ທອງຈັນ ມະນີໄຊ ໄດ້ຊີ້ແຈ້ງວ່າ: ໃນໄລຍະຜ່ານມາ, ກະຊວງພາຍໃນຫວຽດນາມ ໄດ້ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊ່ວຍເຫຼືອກະຊວງພາຍໃນລາວ, ໄດ້ຈັດສົ່ງນັກຊ່ຽວຊານມາໃຫ້ຄໍາປຶກສາວຽກງານວິຊາການຢູ່ລາວ; ຮັບເອົານັກຮຽນ, ນັກສຶກສາລາວ ໄປຮ່ຳຮຽນ, ຄົ້ນຄ້ວາ, ບຳລຸງກໍ່ສ້າງຢູ່ບັນດາທ້ອງຖິ່ນຂອງຫວຽດນາມ.

ສະຫາຍ ທອງຈັນ ມະນີໄຊ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ກະຊວງພາຍໃນຂອງສອງປະເທດ ຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນເພື່ອແນໃສ່ແບ່ງປັນບົດຮຽນ; ການໂອ້ລົມສົນທະນາຢ່າງເລິກເຊິ່ງກ່ຽວກັບວຽກງານວິຊາການ; ສະຫາຍ ທອງຈັນ ມະນີໄຊ ກໍ່ສະເໜີໃຫ້ຝ່າຍຫວຽດນາມ ໜູນຊ່ວຍການຝຶກອົບຮົມໃຫ້ແກ່ພະນັກງານລາວ ໃນການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ຊ່ວຍຜັນຂະຫຍາຍ, ຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງວ່ອງໄວກວ່າອີກ...

ໂດຍ: ຈາງຫງວຽນ