ຫວຽດນາມ ມານະພະຍາຍາມຊຸກຍູ້ການຮ່ວມມືສາກົນໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ
ກປ.ອອນໄລ - ຕອນບ່າຍວັນທີ 20 ພຶດສະພາ, ພາຍຫຼັງເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການໂດຍທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ເປັນປະທານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ວາລະປະຊຸມ “ພ້ອມກັນຮ່ວມມືແກ້ໄຂວິກິດການທຸກດ້ານ” - ວາລະປະຊຸມຄັ້ງທຳອິດຂອງກອງປະຊຸມສຸດຍອດ G7 ເປີດກວ້າງດ້ວຍການເຂົ້າຮ່ວມຂອງການນຳຂັ້ນສູງບັນດາປະເທດ G7, ກັບ 8 ປະເທດແຂກຖືກເຊີນ ແລະອົງການຈັດຕັ້ງສາກົນໃຫຍ່ຈຳນວນໜຶ່ງ.
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແບ່ງປັນວ່າ ສະພາບການທີ່ບໍ່ເຄີຍມີມາກ່ອນປະຈຸບັນຮຽກຮ້ອງໃຫ້ມີການກະທຳດ້ວຍວິທີເຂົ້າເຖິງທົ່ວໂລກ, ທົ່ວປວງຊົນ ແລະເຊີດຊູລັດທິຫຼາຍຝ່າຍ; ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການທີ່ຈຳເປັນນັ້ນແມ່ນຊຸກຍູ້ ແລະສ້າງກຳລັງໜູນໃໝ່ເພື່ອຟື້ນຟູການເຕີບໂຕ ແລະພັດທະນາເສດຖະກິດທົ່ວໂລກຕາມທິດສີຂຽວກວ່າ, ສະອາດກວ່າ ແລະຍືນຍົງກວ່າ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະຫົວໜ້າຄະນະຜູ້ແທນປະເທດຕ່າງໆເຂົ້າຮ່ວມວາລະປຶກສາຫາລື “ພ້ອມກັນຮ່ວມມືແກ້ໄຂວິກິດການທຸກດ້ານ”. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາຍົກລັດຖະມົນຕີຫວຽດນາມ ຊີ້ແຈ້ງສານກ່ຽວກັບການຊຸກຍູ້ການພົວພັນຄູ່ຮ່ວມມືໃນທົ່ວໂລກໃຫ້ແທດຈິງ ແລະມີປະສິດທິຜົນກວ່າ, ເນັ້ນໜັກວ່າ ການຍົກສູງຄວາມສາມັກຄີສາກົນ, ການຮ່ວມມືຫຼາຍຝ່າຍແມ່ນກຸນແຈເພື່ອແກ້ໄຂບັນດາສິ່ງທ້າທາຍສັບສົນໃນປະຈຸບັນ, ພ້ອມທັງຕ້ອງຮັບປະກັນຖືປະຊາຊົນເປັນໃຈກາງ, ເປັນກຳລັງໜູນ, ເປັນເຈົ້າກຳ, ຊັບພະຍາກອນ ແລະເປົ້າໝາຍຂອງການພັດທະນາ.
ບົນຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຢືນຢັນວ່າ ຫວຽດນາມ ຕີລາຄາສູງຕໍ່ຖະແຫຼງການ Hiroshima ກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນທົ່ວໂລກ; ສະເໜີ G7 ແລະບັນດາຄູ່ຮ່ວມມືຍູ້ແຮງການເປີດປະຕູຕະຫຼາດຜະລິດຕະພັນກະເສດ, ຊຸກຍູ້ການຮ່ວມມືດ້ານກະສິກຳສີຂຽວ, ເພີ່ມທະວີການເຂົ້າຮ່ວມ ແລະໜູນຊ່ວຍຜັນຂະຫຍາຍບັນດາກົນໄກຮ່ວມມືໃຕ້-ໃຕ້ ແລະສາມຝ່າຍໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຍູ້ແຮງການຜະລິດສະບຽງອາຫານເພື່ອປະກອບສ່ວນເຂົ້າໃນການປະຕິບັດຖະແຫຼງການ Hiroshima.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ແລະຕັ້ງໜ້າປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມແກ້ໄຂບັນດາສິ່ງທ້າທາຍລວມໃນທົ່ວໂລກ, ເພື່ອພັດທະນາແບບຍືນຍົງ, ຄວາມຈະເລີນຮຸ່ງເຮືອງຂອງມະນຸດ, ເພື່ອຄວາມຜາສຸກຂອງປະຊາຊົນ.
ໂດຍ: ຈາງຫງວຽນ