ເພື່ອເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍສືບຕໍ່ຮັກສາການເຈລະຈາ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ; ສະເໜີ ກູບາ ເອົາໃຈໃສ່, ສ້າງເງື່ອນໄຂອຳນວຍຄວາມສະດວກກ່ຽວກັບກົນໄກ, ນະໂຍບາຍໃຫ້ນິຕິບຸກຄົນ, ບຸກຄົນຫວຽດນາມ ອາໄສຢູ່ ກູບາ ມີການດຳລົງຊີວິດ, ການຜະລິດ, ການດຳເນີນທຸລະກິດເປັນປົກກະຕິເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງປະເທດ; ໜູນຊ່ວຍຫວຽດນາມ ໃນການພັດທະນາເຕັກໂນໂລຢີຊີວະສາດ, ການແພດ, ບຳລຸງສ້າງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນພາສາຕ່າງປະເທດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Alberto Álvarez Casas ລັດຖະມົນຕີກະຊວງພາຍໃນກູບາ ທີ່ການຕ້ອນຮັບ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີ, ການພົວພັນຮ່ວມມື, ສະໜັບສະໜູນກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນທີ່ສະຫະປະຊາຊາດ, ຂະບວນການບໍ່ຮ່ວມກຸ່ມ...; ຍົກສູງປະສິດທິຜົນການຮ່ວມມືສອງຝ່າຍຜ່ານບັນດາກົນໄກກອງປະຊຸມສຳມະນາທິດສະດີລະຫວ່າງສອງພັກ, ຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືເສດຖະກິດ ແລະວິທະຍາສາດ-ເຕັກໂນໂລຢີ, ການເຈລະຈານະໂຍບາຍປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ທ່ານ ຟ້າມມິງຈິ໊ງ ປາດຖະໜາຢາກໃຫ້ກະຊວງຕ່ຳຫຼວດຫວຽດນາມ ແລະກະຊວງພາຍໃນ ກູບາ ສືບຕໍ່ຊຸກຍູ້ການພົວພັນໃຫ້ສະໜິດຕິດພັນກວ່າອີກ ເພື່ອຮັບໃຊ້ວຽກງານສ້າງສາ ແລະປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ. ໃນນັ້ນ, ຕ້ອງກຳນົດບັນດາບັນຫາຫຼັກ, ສ້າງບາດກ້າວບຸກທະລຸໃນບັນດາຂົງເຂດຮ່ວມມື; ດຳເນີນການແລກປ່ຽນຂໍ້ມູນ, ແບ່ງປັນບົດຮຽນປົກປັກຮັກສາຄວາມໝັ້້ນຄົງດ້ານການເມືອງພາຍໃນ, ຕໍ່ສູ້ປ້ອງກັນ ແລະຕ້ານກົນອຸບາຍ, ການເຄື່ອນໄຫວມ້າງເພທຳລາຍການປະຕິວັດສອງປະເທດຂອງບັນດາອິດທິກຳລັງປໍລະປັກ, ປະຕິການເປັນປະຈຳ.

ທ່ານ Alberto Álvarez Casas ສະແດງຄວາມຂອບອົກຂອບໃຈຕໍ່ການແບ່ງປັນຂອງ ຫວຽດນາມ ແລະທ່ານນາຍົກລັດຖະມົນຕີ; ບັນດາບົດຮຽນ ແລະການໜູນຊ່ວຍອັນລ້ຳຄ່າຂອງຫວຽດນາມ ທີ່ສະຫງວນໃຫ້ກູບາ. ເຫັນດີເປັນເອກະພາບຕໍ່ການກຳນົດທິດທາງໃຫຍ່ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ທ່ານ Alberto Álvarez Casas ຢັ້ງຢືນວ່າ ກະຊວງພາຍໃນກູບາ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງຕ່ຳຫຼວດຫວຽດນາມ ເພື່ອຜັນຂະຫຍາຍບັນດາເນື້ອໃນທີ່ທ່ານນາຍົກລັດຖະມົນຕີ ເຕື້ອງເຖິງໃຫ້ມີປະສິດທິຜົນ.

ໂດຍ: ແສງເດືອນ