ຕອນເຊົ້າວັນທີ 25 ມີນາ, ທີ່ແຂວງເທື່ອທຽນ-ເຫວ້ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມພິທີໄຂວັນບຸນເລີ່ມທຸລະກິດແຫ່ງຊາດຂອງນັກຮຽນ, ນັກສຶກສາ. ລາຍການໂດຍກະຊວງສຶກສາ ແລະກໍ່ສ້າງ, ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ເປັນເຈົ້າພາບ, ສົມທົບກັບຄະນະກໍາມະການປະຊາຊົນແຂວງເທື່ອທຽນ-ເຫວ້ ຈັດຕັ້ງ. ນີ້ແມ່ນເຫດການສໍາຄັນ ເພື່ອສ້າງຄວາມຂຶ້ນໃຈ, ສ້າງກໍາລັງໜູນ, ຊຸກຍູ້ຄວາມຫວັງເລີ່ມທຸລະກິດ, ປ່ຽງແປງໃໝ່ປະດິດສ້າງຂອງໄວໜຸ່ມ, ໂດຍສະເພາະແມ່ນນັກຮຽນ, ນັກສຶກສາໃນທົ່ວປະເທດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄຂງານບຸນເລີ່ມທຸລະກິດແຫ່ງຊາດຂອງນັກຮຽນ, ນັກສຶກສາ. ພາບ: vov.vn

ກ່າວຄໍາເຫັນທີ່ງານບຸນ, ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ ການເລີ່ມທຸລະກິດ, ປ່ຽນແປງໃໝ່ປະດິດສ້າງແມ່ນກໍາລັງໜູນ, ແຫຼ່ງກໍາລັງສໍາຄັນສໍາລັບການພັດທະນາຂອງແຕ່ລະປະເທດ. ທ່ານນາຍົກລັດຖະມົນຕີ ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສ້າງສະພາບແວດລ້ອມ, ເງື່ອນໄຂ, ພື້ນຖານນິຕິກຳສະດວກ ເພື່ອໃຫ້ໄວໜຸ່ມເລີ່ມທຸລະກິດ; ໜູນຊ່ວຍຜັນຂະຫຍາຍການເລີ່ມທຸລະກິດ, ປ່ຽນແປງໃໝ່ປະດິດສ້າງ ແລະຍູ້ແຮງການຫັນບັນດາຜະລິດຕະພັນຂອງໄວໜຸ່ມເປັນການຄ້າ; ສົ່ງເສີມ ແລະປົກປັກຮັກສາຄົນທີ່ກ້າເລີ່ມທຸລະກິດ, ກ້າປ່ຽນແປງໃໝ່ປະດິດສ້າງ.

ສໍາລັບບັນດາມະຫາວິທະຍາໄລ, ຮາກຖານສຶກສາວິຊາອາຊີບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຮຽກຮ້ອງຊຸກຍູ້ການພັດທະນາລະບົບນິເວດເລີ່ມທຸລະກິດໃນຂະແໜງສຶກສາ, ກໍ່ສ້າງຢ່າງແຮງ. ໂຮງຮຽນແມ່ນພື້ນຖານ, ບັນດາຄູອາຈານແມ່ນກໍາລັງໜູນ; ນັກຮຽນ, ນັກສຶກສາແມ່ນໃຈກາງ, ຕົວເລີ່ມທຸລະກິດ, ປ່ຽນແປງໃໝ່ປະດິດສ້າງ.

ໂດຍ: ໄຊນີດາ