ຫວຽດນາມ-ອິນເດຍ ປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ
ກປ.ອອນໄລ - ຕອນເຊົ້າວັນທີ 21 ມີນາ, ຢູ່ນະຄອນໂຮ່ຈີມິນ, ສະມາຄົມມິດຕະພາບ ຫວຽດນາມ-ອິນເດຍ ນະຄອນໂຮ່ຈີມິນ ແລະສະຖາບັນວິທະຍາສາດສັງຄົມເຂດພາກໃຕ້ ຂຶ້ນກັບສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດ “ການພົວພັນຫວຽດນາມ-ອິນເດຍ: ມູນເຊື້ອ ແລະປະຈຸບັນ”.
ເຂົ້າຮ່ວມກອງປະຊຸມສໍາມະນາມີຜູ້ຕາງໜ້າຄະນະພັກນະຄອນ, ການນໍາສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ ພ້ອມກັບນັກຊ່ຽວຊານ, ນັກວິທະຍາສາດ, ນັກຄົ້ນຄວ້າໃນຂົງເຂດການທູດ, ເສດຖະກິດ, ສັງຄົມຫຼາຍຄົນ.
    |
 |
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ. |
ກອງປະຊຸມສໍາມະນາສຸມໃສ່ແລກປ່ຽນ, ປຶກສາຫາລືບັນດາຫົວຂໍ້ກ່ຽວກັບຄວາມສາມາດບົ່ມຊ້ອນ, ແຫຼ່ງກໍາລັງ, ທ່າແຮງຂອງຫວຽດນາມ ແລະອິນເດຍ ໃນວິວັດການພັດທະນາຂອງແຕ່ລະປະເທດ; ແລກປ່ຽນທິດທາງ, ຄວາມສາມາດບົ່ມຊ້ອນຮ່ວມມືຢ່າງເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ເພື່ອແນໃສ່ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ຫວຽດນາມ-ອິນເດຍ ທີ່ເປັນມູນເຊື້ອຍາວນານຍົກຂຶ້ນສູ່ລະດັບສູງໃໝ່ ແລະແທດຈິງກວ່າອີກ. ບັນດາບົດປະກອບຄຳເຫັນໂດຍກົງ ແລະຜ່ານລະບົບທາງໄກທີ່ກອງປະຊຸມສໍາມະນາຢັ້ງຢືນການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ-ອິນເດຍ ແມ່ນມີແຕ່ດົນນານ, ເລີ່ມມາຈາກສາຍພົວພັນ ແລະການພົບປະແລກປ່ຽນປະຫວັດສາດດ້ານການຄ້າ, ສາສະໜາ, ວັດທະນະທໍາ. ກວ່າ 50 ປີຜ່ານມາ, ພິເສດນັບແຕ່ເມື່ອຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ອິນເດຍ ນັບມື້ນັບພັດທະນາຢ່າງແຮງ ແລະມີປະສິດທິຜົນໃນທຸກຂົງເຂດ, ປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ.
ບັນດາຜູ້ແທນກໍ່ສຸມໃສ່ແລກປ່ຽນຄໍາເຫັນກ່ຽວກັບຄວາມສາມາດບົ່ມຊ້ອນ, ກາລະໂອກາດ ແລະສິ່ງທ້າທາຍກໍ່ຄືບັນດາມາດຕະການໃນໄລຍະຈະມາເຖິງ ເພື່ອແນໃສ່ຊຸກຍູ້ການພົວພັນຫວຽດນາມ-ອິນເດຍ ໃຫ້ສືບຕໍ່ພັດທະນາຢ່າງແຮງໃນບັນດາຂົງເຂດການເມືອງ, ເສດຖະກິດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກນິກ ແລະການທູດປະຊາຊົນ.
ໂດຍ: ຈາງຫງວຽນ