ເພີ່ມທະວີການເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່ ເຊິ່ງ ອັງກິດ ມີທ່າແຮງ
ກປ.ອອນໄລ - ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ສະເໜີໃຫ້ຫວຽດນາມ ແລະອັງກິດ ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່ ເຊິ່ງ ອັງກິດ ມີທ່າແຮງ ແລະເໝາະສົມກັບບຸລິມະສິດພັດທະນາຂອງຫວຽດນາມ, ຄື: ການເຕີບໂຕສີຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ຕອນບ່າຍວັນທີ 20 ມີນາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Iain Frew ເອກອັກຄະລັດຖະທູດສະຫະພັນລາຊະອານາຈັກອັງກິດ ແລະອຽກລັງເໜືອ ປະຈໍາ ຫວຽດນາມ.
ທີ່ການພົບປະ, ທ່ານ ບຸ່ຍແທັງເຊີນ ຕີລາຄາສູງຕໍ່ເລື່ອງທ່ານ Iain Frew ໄດ້ຕັ້ງໜ້າຜັນຂະຫຍາຍຫຼາຍການເຄື່ອນໄຫວສອງຝ່າຍໃນໄລຍະຜ່ານມາ, ພິເສດໃນສະພາບທີ່ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນໄລຍະຜ່ານມາພັດທະນາຢ່າງຕັ້ງໜ້າ, ພົ້ນເດັ່ນແມ່ນເລື່ອງສອງປະເທດອອກຖະແຫຼງການຮ່ວມສະບັບໃໝ່ກ່ຽວກັບຄູ່ຮ່ວມມືຍຸດທະສາດ (9/2020).
    |
 |
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານເອກອັກຄະລັດຖະທູດສະຫະພັນລາຊະອານາຈັກອັງກິດ ແລະອຽກລັງເໜືອ ປະຈຳ ຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ |
ເລື່ອງສອງຝ່າຍເຊັນ ແລະນຳໃຊ້ສັນຍາການຄ້າເສລີ ຫວຽດນາມ-ອັງກິດ ໄດ້ປະກອບສ່ວນນຳລາຊະອານາຈັກອັງກິດ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ຢູ່ຕະຫຼາດເອີລົບ, ຕະຫຼາດສົ່ງອອກໃຫຍ່ອັນດັບທີ 9 ຂອງຫວຽດນາມ ແລະແມ່ນນັກລົງທຶນສຳຄັນຂອງເອີລົບ ປະຈຳ ຫວຽດນາມ, ໂດຍບໍ່ຫົວຊາຕໍ່ຜົນກະທົບຂອງພະຍາດໂຄວິດ-19.
ທ່ານ Iain Frew ແບ່ງປັນການຕີລາຄາຂອງທ່ານ ບຸ່ຍແທັງເຊີນ ແລະຢັ້ງຢືນວ່າ ດ້ວຍນະໂຍບາຍມຸ່ງໄປເຖິງພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ, ລາຊະອານາຈັກອັງກິດ ຖືເປັນສຳຄັນການພັດທະນາການພົວພັນກັບຫວຽດນາມ ບົນພື້ນຖານການພົວພັນດ້ານການເມືອງທີ່ໄວ້ເນື້ອເຊື່ອໃຈ, ການຮ່ວມມືຢ່າງແໜ້ນແຟ້ນຢູ່ເວທີປາໄສຫຼາຍຝ່າຍ ແລະພາກພື້ນ, ການພົວພັນເສດຖະກິດໝັ້ນແກ່ນ, ຄວາມສາມາດບົ່ມຊ້ອນຮ່ວມມືອຸດົມສົມບູນໃນອະນາຄົດ, ພິເສດໃນບັນດາຂົງເຂດ, ທ່າອ່ຽງພັດທະນາໃໝ່ຂອງໂລກ, ໃນນັ້ນມີການຫັນເປັນພະລັງງານແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ເພື່ອຍົກສູງປະສິດທິຜົນການຮ່ວມມືສອງຝ່າຍ, ທ່ານເອກອັກຄະລັດຖະທູດ Iain Frew ເຫັນດີເປັນເອກະພາບຈະເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດ ກໍ່ຄືບັນດາກະຊວງ, ຂະແໜງການຂອງຫວຽດນາມ ໃນການສ້າງແຜນການຮ່ວມມືຢ່າງແທດຈິງໃນໄລຍະຈະມາເຖິງ.
ໂດຍ: ແສງເດືອນ