ດ້ວຍຫົວຂໍ້ “ປະຊາຄົມວິສາຫະກິດຮ່ວມເດີນທາງພ້ອມກັບລັດຖະບານຫວຽດນາມ ໃນການປະຕິບັດເປົ້າໝາຍເຕີບໂຕສີຂຽວ”, ວາລະປະຊຸມໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງການເຕີບໂຕສີຂຽວ, ບົດບາດ, ຄວາມຮັບຜິດຊອບຂອງວິສາຫະກິດຕໍ່ກັບການພັດທະນາແບບຍືນຍົງ ແລະຍົກສູງຄວາມສາມາດແກ່ງແຍ້ງ. ຜ່ານເວທີປາໄສ, ປະຊາຄົມວິສາຫະກິດ ໄດ້ສະແດງຄຳໝັ້ນສັນຍາຮ່ວມເດີນທາງກັບລັດຖະບານປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມແບບຍືນຍົງ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ພ້ອມກັບຜູ້ແທນເຂົ້າຮ່ວມວາລະປະຊຸມຂັ້ນສູງຂອງເວທີປາໄສວິສາຫະກິດຫວຽດນາມ ປະຈຳປີ 2023. ພາບ: ເຍີດບັ໊ກ.

ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານ ຟ້າມມິງຈິ໊ງ ຕີລາຄາສູງຫົວຂໍ້ຂອງເວທີປາໄສແມ່ນແທດຈິງທີ່ສຸດໃນສະພາບການຫວຽດນາມ ພວມຫັນປ່ຽນໂຄງປະກອບພື້ນຖານເສດຖະກິດ, ປ່ຽນແປງໃໝ່ຮູບແບບເຕີບໂຕຈາກ “ສີກະເບົາ” ເປັນ “ສີຂຽວ”, ພັດທະນາອີງໃສ່ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ; ພ້ອມທັງ, ກຳນົດເສດຖະກິດສີຂຽວ, ຫັນປ່ຽນສີຂຽວແມ່ນກຳລັງໜູນການເຕີບໂຕສຳຄັນໃນໄລຍະຍາວ, ອີງໃສ່ວິທະຍາສາດ ແລະເຕັກໂນໂລຢີເພື່ອພັດທະນາປະເທດ. ທ່ານນາຍົກລັດຖະມົນຕີ ຕີລາຄາສູງ 25 ປີຜ່ານມາ, ເວທີປາໄສວິສາຫະກິດ ຫວຽດນາມ ໄດ້ຮ່ວມເດີນທາງພ້ອມກັບລັດຖະບານ, ປະຊາຄົມວິສາຫະກິດຫວຽດນາມ ແລະມີການປະກອບສ່ວນສຳຄັນເຂົ້າໃນກິດຈະການພັດທະນາເສດຖະກິດ-ສັງຄົມ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັບການນຳບັນດາກະຊວງ, ຂະແໜງການ ແລະກົມກອງ ທີ່ໄດ້ຮັບຫຼຽນກາລະນຶກທີ່ພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງເວທີປາໄສວິສາຫະກິດຫວຽດນາມ. ພາບ: ເຍີດບັ໊ກ.

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາຢ່າງແຮງກ່ຽວກັບການສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ບັນດາວິສາຫະກິດພັດທະນາ, ລະອຽດແມ່ນສືບຕໍ່ປັບປຸງລະບອບລະບຽບການ, ກົນໄກ, ນະໂຍບາຍ ເພື່ອສ້າງສະພາບແວດລ້ອມດຳເນີນທຸລະກິດຢ່າງສະດວກ, ສະເໝີພາບ, ຍົກສູງຄວາມສາມາດໃນການແກ່ງແຍ້ງແຫ່ງຊາດ; ເອົາໃຈໃສ່ຫຼຸດຜ່ອນລາຍຈ່າຍໃຫ້ວິສາຫະກິດ... ລັດຖະບານຫວຽດນາມ ຈະສຸມໃສ່ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນມານະພະຍາຍາມ, ມີຄວາມຕັດສິນໃຈທີ່ສຸດເພື່ອບັນລຸເປົ້າໝາຍທີ່ໄດ້ວາງອອກ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດເປີດກວ້າງການລົງທຶນ, ດຳເນີນທຸລະກິດ, ຮັບປະກັນຜົນປະໂຫຍດອັນກົມກຽວຂອງທຸກຝ່າຍ.

ໂດຍ: ແສງເດືອນ