ຫວຽດນາມ ຮ່ວມມືກັບອາຊຽນ ໜູນຊ່ວຍ ມຽນມາ ກ້າວໄປສູ່ມາດຕະການແກ້ໄຂໂດຍສັນຕິວິທີ
ວັນທີ 16 ມີນາ, ສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 77 ໄດ້ຈັດກອງປະຊຸມຢູ່ນິວຢອກ, ອາເມລິກາ ເພື່ອປືກສາຫາລືສະພາບການມຽນມາ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ສະແດງຄວາມວິຕົກກັງວົນຂອງຫວຽດນາມ ກ່ຽວກັບສະພາບການຂອງມຽນມາ ໃນໄລຍະກວ່າ 2 ປີຜ່ານມາ ເຊິ່ງຍັງບໍ່ທັນມີສັນຍານວ່າ ຈະໄດ້ຮັບການປັບປຸງເທື່ອ. ໃນສະພາບການນັ້ນ, ຫວຽດນາມ ເນັ້ນໜັກເຖິງເງື່ອນໄຂຕັດສິນຊີ້ຂາດແມ່ນບັນດາຝ່າຍທີ່ກ່ຽວຂ້ອງຕ້ອງລະງັບໃຈຢ່າງສຸດຂີດ, ຢຸດຕິການໃຊ້ຄວາມຮຸນແຮງ ແລະເລີ່ມດຳເນີນວິວັດການເຈລະຈາ ເພື່ອບັນລຸໄດ້ມາດຕະການແກ້ໄຂໂດຍສັນຕິວິທີ ແລະຍືນຍົງ, ສອດຄ່ອງກັບເຈດຈຳນົງ ແລະຜົນປະໂຫຍດຂອງປະຊາຊົນມຽນມາ. ຫວຽດນາມ ຮຽກຮ້ອງໃຫ້ທຸກຝ່າຍ ຈົ່ງປະຕິບັດຄໍາເຫັນດີເຫັນພ້ອມ 5 ຂໍ້ ເຊິ່ງບັນດາການນຳອາຊຽນ ຮັບຮອງເອົານັ້ນຢ່າງຄົບຖ້ວນ ແລະມີປະສິດທິຜົນ, ຮັບປະກັນສິດສຳຜັດມະນຸດສະທຳ ແລະການແພດໃຫ້ແກ່ປະຊາຊົນໝົດທຸກຄົນ ແລະເຄົາລົບກົດໝາຍວ່າດ້ວຍມະນຸດສະທຳສາກົນ, ພິເສດແມ່ນປົກປ້ອງສາມັນຊົນ.
    |
 |
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢືນຢັນວ່າ, ດ້ວຍບົດບາດເປັນສະມາຊິກອາຊຽນ ແລະສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023–2025, ຫວຽດນາມ ຈະສືບຕໍ່ສົມທົບກັບອາຊຽນ ແລະປະຊາຄົມສາກົນຢ່າງແໜ້ນແຟ້ນ ໃນການໜູນຊ່ວຍມຽນມາ ຜ່ານຜ່າຄວາມຫຍຸ້ງຍາກ, ຊຸກຍູ້ການເຈລະຈາ, ເພີ່ມທະວີຄວາມເຂົ້າໃຈ ແລະຮັດແຄບຄວາມແຕກໂຕນກັນ.
ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ