ທີ່ການຕ້ອນຮັບ, ທ່ານ ຟ້າມກວາງຮ້ຽວ ຢັ້ງຢືນວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກຊຸກຍູ້ສາຍພົວພັນທີ່ເປັນມູນເຊື້ອ, ມິດຕະພາບ ແລະການຮ່ວມມືຫຼາຍດ້ານ ກັບກູເວດ. ດ້ວຍທ່າໄດ້ປຽບແມ່ນພື້ນຖານເສດຖະກິດສອງປະເທດ ມີລັກສະນະເພີ່ມເຕີມໃຫ້ ກັນ, ຫວຽດນາມ ແລະກູເວດ ມີເງື່ອນໄຂສະດວກເພື່ອເພີ່ມທະວີການຮ່ວມມື ໃນໄລຍະຈະມາເຖິງໃນຂົງເຂດ ທີ່ມີຄວາມສາມາດບົ່ມຊ້ອນ, ຄື: ເສດຖະກິດ, ພະລັງງານ, ການຄ້າ, ການລົງທຶນ, ແຮງງານ, ການທ່ອງທ່ຽວ...

leftcenterrightdel
ທ່ານ ຟ້າມກວາງຮ້ຽວ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Yousef Ashour Al-Sabbagh ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມກູເວດ ປະຈໍາຫວຽດນາມ. ພາບ: baoquocte.vn

ສ່ວນທ່ານ Yousef Ashour Al-Sabbagh ຊົມເຊີຍຫວຽດນາມ ໄດ້ເລືອກຕັ້ງປະທານປະເທດ, ຕີລາຄາສູງຜົນງານເຊິ່ງຫວຽດນາມ ບັນລຸໄດ້ໃນການສ້າງສາ ແລະພັດທະນາປະເທດຊາດ, ຢັ້ງຢືນຄວາມປາດຖະໜາວ່າ ສອງຝ່າຍຈະເພີ່ມທະວີການສົມທົບກັນ ເພື່ອເຮັດໃຫ້ສາຍພົວພັນທີ່ເປັນມູນເຊື້ອເລິກເຊິ່ງກວ່າອີກ ແລະເສີມຂະຫຍາຍຄວາມສາມາດບົ່ມຊ້ອນການຮ່ວມມືຢ່າງສຸດຂີດ.

ບົນພື້ນຖານນັ້ນ, ສອງຝ່າຍໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບຕໍ່ທິດທາງ ແລະມາດຕະການເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍ ໃນໄລຍະຈະມາເຖິງ, ຄື: ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍ ຄື ຄະນະກໍາມະການປະສົມ, ກອງປະຊຸມປຶກສາຫາລື, ສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສ ແລະອົງການຈັດຕັ້ງສາກົນ, ຍົກສູງປະສິດທິຜົນການຮ່ວມມືລົງທຶນ, ສືບຕໍ່ປັບປຸງກອບນິຕິກໍາໃນການຮ່ວມມືສອງຝ່າຍໃຫ້ສົມບູນແບບ.

ໂດຍ: ທູຈາງ