leftcenterrightdel
ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ທ່ານ ຟ້າມມີງຈີ໊ງ ຕີລາຄາສູງການປະກອບສ່ວນທີ່ແທດຈິງ, ມີປະສິດທິຜົນຂອງ JICA, JBIC, KEIDANREN ແລະຄະນະກໍາມະການເສດຖະກິດຫວຽດນາມ-ຍີ່ປຸ່ນ ຢູ່ຫວຽດນາມ ໃນການຜັນຂະຫຍາຍບັນດາໂຄງການໂຄງລ່າງໃຫຍ່, ໂຄງການບໍາລຸງສ້າງ, ຍົກສູງຄວາມສາມາດ, ການໜູນຊ່ວຍຂອງຝ່າຍຍີ່ປຸ່ນ ໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະເພີ່ມທະວີກໍາລັງແກ່ງແຍ້ງຂອງຫວຽດນາມ. ທ່ານ ຟ້າມມີງຈີ໊ງ ສະເໜີ JICA ແລະ JBIC ສືບຕໍ່ແລກປ່ຽນ, ສົມທົບກັບບັນດາອົງການຂອງຫວຽດນາມ ເພື່ອຊອກຫາທິດທາງຮ່ວມມືໃຫ້ມີປະສິດທິຜົນໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ Yamada Takio ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ຫວຽດນາມ ກ່າວຄໍາເຫັນທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານ ຟ້າມມີງຈີ໊ງ, ຫວຽດນາມ ສົ່ງເສີມວິສາຫະກິດຍີ່ປຸ່ນ ເປີດກວ້າງການຮ່ວມມືລົງທຶນເຂົ້າໂຄງລ່າງ, ພະລັງງານ, ອຸດສາຫະກໍາປະດິດສ້າງ, ກະສິກໍາຄຸນນະພາບສູງ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຕົວເມືອງອັດສະລິຍະ, ບໍລິການການເງິນ, ທະນາຄານ, ການປ່ຽນແປງໃໝ່ປະດິດຄິດສ້າງ... ລັດຖະບານຫວຽດນາມ ໃຫ້ຄໍາໝັ້ນສັນຍາ ຈະຮ່ວມເດີນທາງພ້ອມກັບວິສາຫະກິດ, ໜູນຊ່ວຍ, ສ້າງທຸກເງື່ອນໄຂໃຫ້ການເຄື່ອນໄຫວລົງທຶນດໍາເນີນທຸລະກິດ, ນໍາມາເຊິ່ງຜົນປະໂຫຍດຫຼາຍກວ່າອີກໃຫ້ບັນດາຝ່າຍ, ປະກອບສ່ວນນໍາການພົວພັນຫວຽດນາມ-ຍີ່ປຸ່ນ ຂຶ້ນສູ່ລະດັບສູງໃໝ່.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ສະເໜີຝ່າຍຍີ່ປຸ່ນ ເພີ່ມທະວີການເຄື່ອນໄຫວເຈລະຈາດ້ານນະໂຍບາຍ, ສະໜອງຂໍ້ມູນ, ບົດຮຽນ ໃຫ້ບັນດາອົງການກ່ຽວຂ້ອງຂອງຫວຽດນາມ ໃນວິວັດການປັບປຸງກົດໝາຍ, ນະໂຍບາຍໃຫ້ສົມບູນແບບ ເພື່ອແນໃສ່ປັງປຸງສະພາບແວດລ້ອມແຫ່ງການລົງທຶນຢູ່ຫວຽດນາມ; ຜັນຂະຫຍາຍການໂຄສະນາກ່ຽວກັບພາບພົດ, ສະພາບແວດລ້ອມແຫ່ງການລົງທຶນ, ຄວາມສາມາດບົ່ມຂ້ອນ, ກາລະໂອກາດຮ່ວມມືລົງທຶນຢູ່ຫວຽດນາມ ມາໃຫ້ກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງຍີ່ປຸ່ນ; ສົ່ງເສີມ, ໜູນຊ່ວຍວິສາຫະກິດຍີ່ປຸ່ນ ລົງທຶນເຂົ້າຫວຽດນາມ ເພື່ອຫັນລະບົບການສະໜອງເປັນຫຼາຍຮູບຫຼາຍແບບ; ໜູນຊ່ວຍການພັດທະນາອຸດສາຫະກໍາສໍາຮອງ, ປ່ຽນແປງໃໝ່ປະດິດສ້າງຕິດພັນກັບການຖ່າຍທອດເຕັກໂນໂລຢີ, ເປັນຕົ້ນແມ່ນເຕັກໂນໂລຢີສູງ, ສີຂຽວ, ສະອາດ...

ໂດຍ: ທູຈາງ