ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບສະຫະພັນບັນດາອົງການເສດຖະກິດ ຍີ່ປຸ່ນ
ກປ.ອອນໄລ - ຕອນບ່າຍວັນທີ 7 ມີນາ, ທີ່ຫໍສະພາແຫ່ງຊາດ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບຜູ້ຕາງໜ້າສະຫະພັນບັນດາອົງການເສດຖະກິດຍີ່ປຸ່ນ (KEIDANREN) ທີ່ພວມມີການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ແລະເຂົ້າຮ່ວມກອງປະຊຸມສໍາມະນາເສດຖະກິດຂັ້ນສູງ ຫວຽດນາມ-ຍີ່ປຸ່ນ
ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານ ເວືອງດິ່ງເຫວ້ ຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາຂອງລັດຖະບານ ແລະສະພາແຫ່ງຊາດຫວຽດນາມ ແມ່ນສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດໍາເນີນທຸລະກິດ, ສືບຕໍ່ຍົກສູງຄວາມສາມາດແກ່ງແຍ້ງດ້ານເສດຖະກິດ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ, ນັກລົງທຶນ, ໃນນັ້ນມີນັກລົງທຶນຕ່າງປະເທດທີ່ລົງທຶນຜະລິດ, ດໍາເນີນທຸລະກິດສະດວກຢູ່ຫວຽດນາມ.
    |
 |
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Ichikawa Hide ຫົວໜ້າຄະນະປະຕິບັດງານຂອງສະຫະພັນບັນດາອົງການເສດຖະກິດ ຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ |
ເພື່ອຜັນຂະຫຍາຍໄລຍະທີ 9 ໃນຂອບເຂດຂໍ້ລິເລີ່ມຮ່ວມ ຫວຽດນາມ-ຍີ່ປຸ່ນ, ທ່ານປະທານສະພາແຫ່ງຊາດ ສະເໜີ 4 ກຸ່ມບັນຫາ. ນັ້ນແມ່ນການເຊື່ອມຕໍ່ຍຸດທະສາດພັດທະນາສອງພື້ນຖານເສດຖະກິດ, ບັນດາຂອບກົດໝາຍ ແລະນະໂຍບາຍຂອງສອງປະເທດ; ການຮ່ວມມືພັດທະນາໂຄງປະກອບໂຄງລ່າງ, ລວມມີທັງໂຄງລ່າງໃຫ້ແກ່ການຫັນປ່ຽນດີຈີຕອນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານຢ່າງສະເໝີພາບ, ໂຄງລ່າງໂທລະຄົມມະນາຄົມ...; ການເຊື່ອມຕໍ່ເພີ່ມທະວີຄວາມສາມາດຜະລິດຂອງແຕ່ລະປະເທດ ຜ່ານການເຊື່ອມຕໍ່ວິສາຫະກິດ ເພື່ອສ້າງເປັນລະບົບການຜະລິດ, ລະບົບການສະໜອງໃນພາກພື້ນ ແລະທ່ົວໂລກ; ການເຊື່ອມຕໍ່ໃນການພັດທະນາຊັບພະຍາກອນມະນຸດ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ |
ຜູ້ຕາງໜ້າ KEIDANREN ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະສະພາແຫ່ງຊາດຫວຽດນາມ ທີ່ໄດ້ເອົາໃຈໃສ່ທີ່ສຸດເຖິງການປັບປຸງສະພາບແວດລ້ອມລົງທຶນດໍາເນີນທຸລະກິດ; ປາດຖະໜາວ່າ ລັດຖະບານ ແລະສະພາແຫ່ງຊາດຫວຽດນາມ ສືບຕໍ່ຮ່ວມເດີນທາງ, ສະໜັບສະໜູນວິສາຫະກິດຍີ່ປຸ່ນ ລົງທຶນຢູ່ຫວຽດນາມ.
ໂດຍ: ທູຈາງ