(1) ໃນໂທລະເລກຊົມເຊີຍ, ສະຫາຍ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເນັ້ນໜັກວ່າ ສະຫາຍ ຫວໍວັນເຖືອງ ໄດ້ຮັບເລືອກຕັ້ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ໃນຄັ້ງນີ້ ແມ່ນສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ມີຕໍ່ສະຫາຍ. ຕາງໜ້າພັກ, ລັດ ແລະປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຍິນດີ ແລະຊົມເຊີຍຢ່າງສຸດອົກສຸດໃຈມາຍັງສະຫາຍ. ຂ້າພະເຈົ້າ ມີຄວາມຍິນດີ ແລະພ້ອມແລ້ວທີ່ຈະເຮັດວຽກກັບສະຫາຍ ຢ່າງໃກ້ຊິດ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດຂອງພວກເຮົາໂດຍປະທານໂຮ່ຈີມິນ ຜູ້ນໍາທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ທີ່ແສນເຄົາລົບຮັກຂອງພວກເຮົາໄດ້ລິເລີ່ມ ແລະໄດ້ຮັບການປົກປັກຮັກສາ, ຖະໜຸຖະໜອມ ແລະເສີມຂະຫຍາຍໂດຍການນໍາຫຼາຍຮຸ່ນຕໍ່ໆມາໃຫ້ນັບມື້ຈະເລີນງອກງາມ ແລະແຕກດອກອອກຜົນ.
    |
 |
ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະບັນດາສະຫາຍການນໍາພັກ, ລັດ ອວຍພອນສະຫາຍ ຫວໍວັນເຖືອງ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດແຫ່ງ ສສ ຫວຽດນາມ ໃນວັນທີ 2 ມີນາ 2023. ພາບ: qdnd.vn |
ຂ້າພະເຈົ້າ ເຊື່ອໜັ້ນວ່າ ດ້ວຍຄວາມຮູ້, ຄວາມສາມາດ ແລະປະສົບການອັນອຸດົມສົມບູນຂອງສະຫາຍ, ສະຫາຍ ຈະຮ່ວມກັບບັນດາສະຫາຍການນໍາຫວຽດນາມ ນໍາພາປະເທດຊາດ ແລະປະຊາຊົນຫວຽດນາມ ສືບຕໍ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະບັນລຸຈຸດໝາຍທີ່ໄດ້ກໍານົດໄວ້ ຄື ປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທໍາ ແລະສີວິໄລ.
ຂ້າພະເຈົ້າ ຂໍຖືໂອກາດອັນມີຄວາມໝາຍສຳຄັນນີ້, ອວຍພອນໄຊອັນປະເສີດມາຍັງສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນສູງສົ່ງ ແລະມີກຽດສະຫງ່າຂອງສະຫາຍ.
ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງຂຽວສົດງົດງາມ ແລະໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.
(2) ໂທລະເລກຊົມເຊີຍຂອງທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ເນັ້ນໜັກວ່າ ຈີນ ແລະຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງມິດຕະພາບສັງຄົມນິຍົມ, ມີສາຍພູ ແລະແມ່ນໍ້າລໍາເຊຕິດຈອດກັນ. ໃນປີຜ່ານມາ, ທ່ານປະທານປະເທດ ສີຈິ້ນຜິງ ພ້ອມກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ບັນລຸໄດ້ຄວາມຮັບຮູ້ລວມທີ່ສໍາຄັນກ່ຽວກັບການປັບປຸງນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ເພີ່ມທະວີການແລກປ່ຽນຍຸດທະສາດ, ເຮັດໃຫ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ, ຮ່ວມກັນກໍ່ສ້າງອະນາຄົດອັນສົດໃສໃຫ້ແກ່ການພັດທະນາຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ-ຫວຽດນາມ ໃນຍຸກສະໄໝໃໝ່. ທ່ານປະທານປະເທດ ສີຈິ້ນຜິງ ສະແດງການຖືເປັນສໍາຄັນຕໍ່ການພົວພັນ ຈີນ-ຫວຽດນາມ, ພ້ອມແລ້ວທີ່ຈະມານະພະຍາຍາມພ້ອມກັບທ່ານປະທານປະເທດ ຫວໍວັນເຖືອງ ຊຸກຍູ້ການພົວພັນສອງປະເທດ ສືບຕໍ່ພັດທະນາເປັນປົກກະຕິ, ປອດໃສ; ອວຍພອນຫວຽດນາມ ໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ, ວັດທະນາຖາວອນ, ປະຊາຊົນມີຄວາມຜາສຸກ; ອວຍພອນໃຫ້ທ່ານປະທານປະເທດ ຫວໍວັນເຖືອງ ບັນລຸໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າໃນຖານະຕໍາແໜ່ງໃໝ່.
(3) ໃນສານຊົມເຊີຍ, ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ພະມະຫາກະສັດ ແຫ່ງລາຊະອານາຈັກກໍາປູເຈຍ ໄດ້ສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງທ່ານປະທານປະເທດ ຫວໍວັນເຖືອງ ເນື່ອງໃນໂອກາດ ທີ່ທ່ານ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ. ພ້ອມກັນນັ້ນ, ພະມະຫາກະສັດ ໂນໂຣດົມ ສີຫາໂມນີ ສະແດງຄວາມເຊື່ອໝັ້ນຢ່າງແນ່ວແນ່ວ່າ ພາຍໃຕ້ການນໍາພາຂອງປະທານປະເທດ, ປະເທດຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ, ພັດທະນາຢ່າງວ່ອງໄວໃນທຸກຂົງເຂດ, ມີບົດບາດສໍາຄັນຢູ່ພາກພື້ນ ແລະໃນໂລກ; ການພົວພັນກໍາປູເຈຍ ແລະຫວຽດນາມ ຈະນັບມື້ນັບສະໜິດຕິດພັນອັນດີງາມ, ສືບຕໍ່ຮັກສາສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພ້ອມກັນພັດທະນາກວ່າອີກ.
(4) ໃນສານຊົມເຊີຍ, ສະຫາຍ Miguel Diaz-Canel Bermudez ປະທານປະເທດແຫ່ງ ສາທາລະນະລັດ ກູບາ ໄດ້ສົ່ງຄໍາອວຍພອນອັນດີງາມທີ່ສຸດເຖິງປະທານປະເທດ ຫວໍວັນເຖືອງ ເມື່ອສະຫາຍ ຮັບດໍາລົງຕໍາແໜ່ງໃໝ່ອັນສໍາຄັນນີ້; ເຊື່ອໝັ້ນຢ່າງແນ່ວແນ່ວ່າ ສອງປະເທດ ກູບາ ແລະຫວຽດນາມ ຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືໃນທຸກຂົງເຂດ, ປັບປຸງການພົວພັນແບບຢ່າງລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ໂດຍອີງໃສ່ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເຊິ່ງກັນ ແລະກັນ ແລະແລກປ່ຽນບົດຮຽນຂອງແຕ່ລະປະເທດ ໃນຄວາມມານະພະຍາຍາມລວມເພື່ອກໍ່ສ້າງສັງຄົມນິຍົມໃຫ້ເປັນປົກກະຕິ. ສະຫາຍ Miguel Diaz-Canel Bermudez ໄດ້ຢັ້ງຢືນຄືນໃໝ່ເຈດຈໍານົງໃນການຢຶດໝັ້ນສືບຕໍ່ມານະພະຍາຍາມຮັກສາການພົວພັນທີ່ເປັນມູນເຊື້ອຄວາມສາມັກຄີອ້າຍນ້ອງລະຫວ່າງຫວຽດນາມ ແລະກູບາ.
ໂດຍ: ໄຊຊະນະ