ສະເໜີ ຝລັ່ງ ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າສົ່ງອອກຂອງຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 1 ມີນາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Olivier Becht ລັດຖະມົນຕີຮັບຜິດຊອບດ້ານການຄ້າຕ່າງປະເທດ, ດຶງດູດເສດຖະກິດ ແລະຊາວຝລັ່ງ ອາໄສຢູ່ຕ່າງປະເທດເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ.
ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ຢືນຢັນວ່າ: ລັດຖະບານຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ຝລັ່ງ... ທ່ານ ຟ້າມມິງຈິ໊ງ ສະເໜີ ຝະລັ່ງ ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າສົ່ງອອກຂອງຫວຽດນາມ; ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ໝູນໃຊ້ທຸກກາລະໂອກາດອັນໃຫຍ່ຫຼວງຈາກສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ (ອີຢູ) ເພື່ອເພີ່ມທະວີການແລກປ່ຽນການຄ້າສອງຝ່າຍ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ສະເໜີ ຝລັ່ງ ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - ອີຢູ ( EVIPA) ໂດຍໄວ ເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ການພົວພັນລົງທຶນທີ່ສະເໝີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງປະເທດ; ຊຸກຍູ້ໃຫ້ຄະນະກຳມະການເອີລົບ (EC) ຍົກເລີກບັດເຫຼືອງ IUU ຕໍ່ກັບສິນໃນນໍ້າຂອງຫວຽດນາມ ໂດຍໄວ, ຕອບສະໜອງຜົນປະໂຫຍດຂອງຜູ້ບໍລິໂພກຝລັ່ງ ແລະອີຢູ ກໍ່ຄືຮັບປະກັນຊີວິດການເປັນຢູ່ໃຫ້ຄົນງານໃນຂະແໜງປະມົງຢູ່ຫວຽດນາມ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບທ່ານລັດຖະມົນຕີ Olivier Becht. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານລັດຖະມົນຕີ Olivier Becht ເນັ້ນໜັກວ່າ ຈະສືບຕໍ່ຊຸກຍູ້ການຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດທີ່ຝລັ່ງ ມີທ່າແຮງ, ຄື: ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພື້ນຖານໂຄງລ່າງຄົມມະນາຄົມຕົວເມືອງ, ສາທາລະນະສຸກ, ພະລັງງານ, ການບິນ, ລັດຖະບານເອເລັກໂຕນິກ...
ສອງຝ່າຍໄດ້ຮັບຮູ້ບັນດາຜົນການຮ່ວມມືທີ່ສຳຄັນໃນໄລຍະຜ່ານມາ, ພິເສດແມ່ນການຄ້າສອງຝ່າຍສືບຕໍ່ເຕີບໂຕຢ່າງແຮງ, ບັນລຸ 5,3 ຕື້ໂດລາສະຫະລັດ ໃນປີ 2022, ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2021. ເນື່ອງໃນໂອກາດນີ້, ສອງຝ່າຍກໍ່ໄດ້ແບ່ງປັນທັດສະນະກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).
ໂດຍ: ທະນາພອນ