leftcenterrightdel
ຄະນະການນຳວາງພວງມາລາ, ໄວ້ອາໄລ ປະທານ ໂຮ່ຈີມິນ. ພາບ: qdnd.vn

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຫວຽດນາມ ປີເຖາະ 2023, ຕອນເຊົ້າວັນທີ 19 ມັງກອນ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເຂົ້າສຸສານວາງພວງມາລາ, ໄວ້ອາໄລ ປະທານ ໂຮ່ຈີມິນ. ເຂົ້າຮ່ວມພິທີ, ມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ທ່ານນາງ ຫວໍທິແອັງຊວັນ ຮັກສາການປະທານປະເທດ.

ຫຼັງຈາກນັ້ນ, ຄະນະການນຳກໍໄດ້ໄປວາງພວງມາລາ ແລະຈູດທູບໃຕ້ທຽນ ຢູ່ ອະນຸສາວະລີນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນບັກເຊີນ, ຮ່າໂນ້ຍ ເພື່ອອາໄລຫານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ. 

ແຫຼ່ງຄັດຈາກ vovworld.vn