ນັກຂ່າວ: ຂໍຮຽນສະຫາຍເລຂາທິການໃຫຍ່, ເພື່ອເປັນການຫວນຄືນປີ 2022, ສະເໜີ ສະຫາຍ ຈົ່ງໃຫ້ຮູ້ກ່ຽວກັບຂີດໝາຍພົ້ນເດັ່ນ ເຊິ່ງ  ຫວຽດນາມ ບັນລຸໄດ້ໃນປີຜ່ານມາ?

ເລຂາທິການໃຫຍ່ ຫງວຽນຝູຈ້ອງ: ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ຢັ້ງຢືນ ແລະຢູ່ທີ່ເຫດການ, ກອງປະຊຸມ, ການພົບປະກັບຜູ້ມີສິດເລືອກຕັ້ງ, ຂ້າພະເຈົ້າ ໄດ້ຢໍ້າຄືນຫຼາຍເທື່ອແລ້ວວ່າ  “ປະເທດເຮົາ ບໍ່ເຄີຍມີພາລະກິດອັນໃຫຍ່ຫຼວງ, ກໍາລັງບົ່ມຊ້ອນ, ຖານະບົດບາດ ແລະອິດທິພົນຊື່ສຽງສາກົນ ຄືໃນປັດຈຸບັນ”.

ໃນສະພາບການໂລກ ແລະພາຍໃນປະເທດ ມີການຜັນແປໃໝ່, ວ່ອງໄວ ແລະສັບສົນ, ກໍ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍກວ່າການຄາດຄະເນ, ແຕ່ປີ 2022, ພວກເຮົາ ປະຕິບັດບັນດາຄາດໝາຍ, ໜ້າທີ່ ໄດ້ຢ່າງມີໄຊ ແລະຮອບດ້ານພໍສົມຄວນ: ທັງປ້ອງກັນ, ຕ້ານ ແລະຄວບຄຸມໂລກລະບາດ, ທັງຊຸກຍູ້ຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມ, ກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບການເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ ແລະມີປະສິດທິຜົນ.

ຂົງເຂດວັດທະນະທໍາ, ສັງຄົມ ໄດ້ຮັບການເອົາໃຈໃສ່ລົງທຶນພັດທະນາ. ຊີວິດສັງຄົມ ໄດ້ຮັບປະກັນ; ຜັນຂະຫຍາຍປະຕິບັດບັນດານະໂຍບາຍສັງຄົມ ໄດ້ຢ່າງທັນການ, ໂດຍສະເພາະແມ່ນນະໂຍບາຍສໍາລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ນະໂຍບາຍອຸປະກາລະສັງຄົມ ແລະບັນດານະໂຍບາຍ, ມາດຕະການໜູນຊ່ວຍວິສາຫະກິດ, ຊາວຜູ້ອອກແຮງງານ, ປະຊາຊົນ ທີ່ໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19... ຄຸນນະພາບການດຳລົງຊີວິດຂອງປະຊາຊົນ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະຍົກສູງຂຶ້ນຢ່າງເຫັນໄດ້ຊັດທາງດ້ານວັດຖຸ ແລະຈິດໃຈ, ໃນນັ້ນມີຫຼາຍມາດຖານບັນລຸໄດ້ຢ່າງເປັນໜ້າປະທັບໃຈ, ທຽບເທົ່າກັບບັນດາປະເທດພັດທະນາ. ສະພາບແວດລ້ອມມີສະຖຽນລະພາບ, ມີຄວາມສະຫງົບສຸກ ພ້ອມກັບປະຊາຊົນມີຄວາມເປັນມິດ ໄດ້ດຶງດູດ ນັກລົງທຶນ, ແຂກທ່ອງທ່ຽວ, ເກ້ຍກ່ອມຊາວຕ່າງປະເທດ ມາດໍາລົງຊີວິດ ແລະເຮັດວຽກຢູ່ຫວຽດນາມ. ຫຼາຍເຫດການພົວພັນຕ່າງປະເທດ, ວັດທະນະທໍາ, ກິລາ, ບັນເທີງຂະໜາດໃຫຍ່ ຄື ຊີເກມ ຄັ້ງທີ 31 ໄດ້ຈັດ ຕັ້ງສໍາເລັດ.

leftcenterrightdel
ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ພາບ: ຈຸງຮ໊ຽວ.

ພິເສດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ໄດ້ຮັບການເພີ່ມທະວີ, ປະກອບສ່ວນປົກປັກຮັກສາເອກະລາດ, ອະທິປະໄຕຂອງປະເທດ ໄວ້ຢ່າງໝັ້ນຄົງ; ຮັບປະກັນຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ; ປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດ “ຕັ້ງແຕ່ຫົວທີ, ແຕ່ທາງໄກ” ຕໍ່ການຜັນແປຢ່າງວ່ອງໄວ, ສັບສົນຂອງສະພາບການໃຫ້ເປັນຢ່າງດີ. ໝາກຜົນນັ້ນມີການປະກອບສ່ວນສໍາຄັນຂອງກອງທັບປະຊາຊົນຫວຽດນາມ ແລະຕໍາຫຼວດປະຊາຊົນ.

ບົນເວທີສາກົນ, ສະຫະປະຊາຊາດ ແລະເພື່ອນມິດສາກົນ ຍາມໃດກໍຕີລາຄາສູງ ຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ, ມີການປະກອບສ່ວນຢ່າງຕັ້ງໜ້າຢູ່ ສາທາລະນະລັດ ອາຟຣີກາກາງ, ສາທາລະນະລັດ ຊູດັງໃຕ້; ສະເໜີຫຼາຍຂໍ້ລິເລີ່ມສໍາຄັນກ່ຽວກັບການປົກປ້ອງປ່າ, ປ້ອງກັນ ແລະຕ້ານໄພທໍາມະຊາດ, ການປ່ຽນແປງຂອງດິນຟ້າອາກາດ; ຫັນໄປສູ່ພະລັງງານທົດແທນ; ໜູນຊ່ວຍຫຼາຍປະເທດ, ເຂດແຄວ້ນໃນໂລກ... ບັນດາໝາກຜົນນັ້ນ ໄດ້ ແລະພວມຢັ້ງຢືນບົດບາດ, ອິດທິພົນຊື່ສຽງ, “ທ່ວງທ່າ” ແລະ “ກໍາລັງ” ຂອງຫວຽດນາມ ຢູ່ເວທີສາກົນ.

ນັກຂ່າວ: ຂໍຮຽນສະຫາຍເລຂາທິການໃຫຍ່! ສະເໜີສະຫາຍ ຈົ່ງໃຫ້ຮູ້ວ່າ ອັນໃດແມ່ນສາເຫດຕົ້ນຕໍຂອງໝາກຜົນທີ່ໄດ້ມານັ້ນ?

ເລຂາທິການໃຫຍ່ ຫງວຽນຝູຈ້ອງ: ນັ້ນແມ່ນໝາກຜົນແຫ່ງຄວາມສາມັກຄີເປັນປຶກແຜ່ນແໜ້ນໜາຂອງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບຫວຽດນາມ, ການເຂົ້າຮ່ວມຢ່າງເດັດດ່ຽວຂອງທັງລະບົບການເມືອງ ພາຍໃຕ້ການນໍາພາຂອງພັກ, ທົ່ວປວງຊົນທັງຊາດ ໄດ້ເປັນຈິດໜຶ່ງໃຈດ່ຽວກັນ ແລະໄດ້ຮັບການສະໜັບສະໜູນຂອງເພື່ອນມິດສາກົນ.

ຄວາມສາມັກຄີ, ການຮ່ວມແຮງຮ່ວມໃຈ ໄດ້ສະແດງອອກຢູ່ບ່ອນວ່າ ເມື່ອສູນກາງ ປະກາດໃຊ້ແຜນນະໂຍບາຍ, ມາດຕະການໜຶ່ງນັ້ນ “ແຕ່ຂັ້ນເທິງລົງຮອດຂັ້ນລຸ່ມ ໄດ້ຮ່ວມແຮງຮ່ວມໃຈ ແລະເຫັນດີເປັນເອກະພາບນຳ”, ເຂົ້າຮ່ວມດ້ວຍໃຈ ແລະມີຄວາມຮັບຜິດຊອບສູງສຸດ. ແຕ່ແນ່ນອນວ່າ ແຜນນະໂຍບາຍນັ້ນ ຕ້ອງຕິດແທດ, ຖືກກັບພຶດຕິກໍາຕົວຈິງ, ຖືກກັບຄວາມມຸ່ງມາດປາດຖະໜາ ແລະຜົນປະໂຫຍດອັນຊອບທໍາຂອງປະເທດ-ຂອງຊາດ; ຮັບໃຊ້ໃຫ້ແກ່ພາລະກິດສ້າງສາ ແລະພັດທະນາປະເທດຊາດ, ພ້ອມທັງແກ້ໄຂບັນຫາທີ່ີເກີດຂຶ້ນໃໝ່ໃນຊີວິດສັງຄົມ ແລະພາລະກິດປ່ຽນແປງໃໝ່ຢ່າງເຖິງຖອງ. ຖ້າໃຜ ຝືນກັບແຜນນະໂຍບາຍ ແລະຜົນປະໂຫຍດຂອງປະຊາຊົນ ຈະຖືກລົງໂທດຢ່າງເຂັ້ມງວດຕາມກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະການຕິດຕາມກວດກາ, ການຕີລາຄາຂອງປະຊາຊົນ.

ເມື່ອອະທິປາຍເຖິງບັນດາເຫດຜົນນັ້ນ ເຫດຜົນທໍາອິດ, ຕັດສິນທຸກໄຊຊະນະ ແມ່ນການຮັກສາ ແລະເພີ່ມທະວີການນໍາພາຂອງພັກຕໍ່ກັບພາລະກິດປະຕິວັດ ແລະທົ່ວສັງຄົມ. ເພື່ອຢັ້ງຢືນພາລະກໍາປະຫວັດສາດ, ພວກເຮົາ ສຸມໃສ່ກໍ່ສ້າງ, ປັບປຸງພັກ ແລະລະບົບການເມືອງ ໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ, ໜ້າທີ່ນໍາພາຕົວຈິງຂອງການປະຕິວັດໃນສະພາບການໃໝ່ຢ່າງບໍ່ຢຸດຢັ້ງ. ພວກເຮົາ ຫັນໜ້າທີ່ສໍາຄັນນີ້ໃຫ້ປະກົດຜົນເປັນຈິງ ດ້ວຍການຕັດສິນໃຈດ້ານການເມືອງສູງ, ສືບທອດຜ່ານບັນດາກອງປະຊຸມໃຫຍ່ຂອງພັກ ສະໄໝຕ່າງໆ,  ໂດຍສະເພາະແມ່ນໃນ 3 ສະໄໝກອງປະຊຸມໃຫຍ່ຂອງພັກ ມໍ່ໆມານີ້. ນັ້ນກໍ່ແມ່ນການປະຕິບັດຕາມຄໍາສັ່ງສອນຂອງປະທານ ໂຮ່ຈີມິນ, ຍາມໃດກໍ ສູ້ຊົນ ເພື່ອໃຫ້ “ພັກເຮົາ ຍິ່ງໃຫຍ່ ເພາະວ່າ ມັນກວມເອົາທົ່ວປະເທດ, ພ້ອມດຽວກັນນັ້ນແມ່ນຍ້ອນມັນໃກ້ຊິດຕິດແທດກັບຫົວໃຈຂອງພີ່ນ້ອງຮ່ວມຊາດເຮົາ ແຕ່ລະຄົນ”.

ຍິ່ງໄປກວ່ານັ້ນ, ພວກເຮົາ ບໍ່ພຽງແຕ່ກໍ່ສ້າງພັກ ເທົ່ານັ້ນ ຫາກຍັງສຸມໃສ່ກໍ່ສ້າງລະບົບການເມືອງ ໃຫ້ກະທັດຮັດ, ມີປະສິດທິພາບ, ປະສິດທິຜົນຈາກສູນກາງລົງຮອດທ້ອງຖິ່ນ. ການກໍ່ສ້າງພັກ ແລະລະບົບການເມືອງ ບໍ່ພຽງແຕ່ໃຫ້ມີຄວາມໝັ້ນຄົງເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ເທົ່ານັ້ນ ຫາກຍັງຕ້ອງປອດໃສ, ໝັ້ນຄົງເຂັ້ມແຂງທາງດ້ານຄຸນສົມບັດ ແລະຖັນແຖວພະນັກງານ ອີກດ້ວຍ.

ນັກຂ່າວ: ສະຫາຍເລຂາທິການໃຫຍ່ ສາມາດແບ່ງປັນໃຫ້ລະອຽດກວ່າ ກ່ຽວກັບແບບວິທີ ເຊິ່ງ ພວກເຮົາ ໄດ້ສ້າງຄວາມສາມັກຄີພາຍໃນພັກ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ?

ເລຂາທິການໃຫຍ່ ຫງວຽນຝູຈ້ອງ: ພວກເຮົາເຫັນໄດ້ຢ່າງງ່າຍດາຍທີ່ສຸດ, ໃນໄລຍະມໍ່ໆມານີ້, ສູນກາງ ໄດ້ຈັດຕັ້ງກອງປະຊຸມຊາບຊຶມມະຕິຂອງພັກ ໃນຂອບເຂດທົ່ວປະເທດ ດ້ວຍຮູບການແບບເຊິ່ງໜ້າ, ສົມທົບກັບແບບທາງໄກ ໂດຍເຊື່ອມຕໍ່ກັບສະຖານທີ່ທົ່ວປະເທດນັບຫຼາຍພັນຈຸດ. ຢູ່ໃນກອງປະຊຸມ ເຫຼົ່ານັ້ນ, ນັບແຕ່ບັນດາສະຫາຍຂັ້ນສູນກາງຈົນຮອດ ພະນັກງານຂັ້ນຮາກຖານ ລ້ວນແຕ່ພ້ອມກັນໄດ້ຮຽນມະຕິ ໂດຍສະຫາຍການນໍາພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ໄດ້ແລກປ່ຽນໂດຍກົງ. ບັນດາບັນຫາສໍາຄັນ, ບັນດາຈຸດໃໝ່, ຄວນເອົາໃຈໃສ່ ໄດ້ຮັບຄວາມເຫັນດີເປັນເອກະພາບ ຕັ້ງແຕ່ຫົວທີ, ສ້າງຄວາມຮັບຮູ້ລວມໃນທົ່ວພັກ ແລະລະບົບການເມືອງ ຈະເປັນປະຖົມປັດໄຈສໍາຄັນໃຫ້ແກ່ບາດກ້າວຊາບຊຶມ, ຜັນຂະຫຍາຍປະຕິບັດຕໍ່ໄປ. ອີງໃສ່ສິ່ງດັ່ງກ່າວນັ້ນ ມະຕິຂອງ ພັກ ຈຶ່ງໄດ້ໃຊ້ເຂົ້າໃນການດຳລົງຊີວິດຢ່າງແທດຈິງ ແລະມີປະສິດທິຜົນ ໂດຍໄວ.

leftcenterrightdel
ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ເລຂາຄະນະພັກການທະຫານສູນກາງ ພົບປະກັບຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ກອງທັບ ຄັ້ງທີ X (2022-2027). ພາບ: ຈຸງຮ໊ຽວ.

ຍ້ອນເຮັດວຽກງານສຶກສາອົບຮົມໄດ້ເປັນຢ່າງດີ, ຊາບຊຶມ, ສ້າງຄວາມເຫັນດີເຫັນພ້ອມສູງ, ແຜນນະໂຍບາຍ “ບໍ່ຜ່ອນຜັນ” ຕໍ່ “ສັດຕູພາຍໃນ” ໃນໄລຍະຜ່ານມາ ບໍ່ພຽງແຕ່ສະແດງອອກໃຫ້ເຫັນຢູ່ໃນການຕັດສິນໃຈນໍາພາ, ຊີ້ນໍາຢ່າງເດັດດ່ຽວ, ຢຶດໝັ້ນຂອງພັກ, ລັດ ແລະຄະນະຊີ້ນໍາຂັ້ນສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ເທົ່ານັ້ນ ຫາກຍັງໄດ້ມີການເຂົ້າຮ່ວມຂອງຄະນະພັກ, ຜູ້ນໍາໜ້າ, ຄະນະຊີ້ນໍາຂັ້ນແຂວງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ແລະໂດຍສະເພາະແມ່ນການເຂົ້າຮ່ວມຢ່າງໝັ້ນໃຈຕົນເອງ, ດ້ວຍທ່າທີເດັດຂາດ, ເຂັ້ມແຂງຂອງປະຊາຊົນ ອີກດ້ວຍ...

ຂ້າພະເຈົ້າ ຖືວ່າ ເມື່ອພວກເຮົາ ໄດ້ສາມັກຄີ, ມີຄວາມເຊື່ອໝັ້ນຢ່າງແນວແນ່, ມີເຈດຈໍານົງ ແລະການກະທໍາທີ່ເປັນເອກະພາບຕັ້ງແຕ່ຫົວທີ ນັ້ນ, ທຸກໜ້າທີ່ປະຕິວັດ ຈະກ້າວໄປເຖິງໄຊຊະນະຢ່າງແນ່ນອນ.

ນັກຂ່າວ: ເພື່ອເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ໃນປີ 2023 ແລະຊຸມປີຕໍ່ໜ້າ, ພວກເຮົາ ຄວນສຸມໃສ່ເຂົ້າບັນດາໜ້າທີ່ຈຸດສຸມໃດແດ່, ຮຽນສະຫາຍ ເລຂາທິການໃຫຍ່?

ເລຂາທິການໃຫຍ່ ຫງວຽນຝູຈ້ອງ: ພວກເຮົາ ມີຄວາມເອກອ້າງທະນົງໃຈ ເມື່ອຜ່ານໄປໜຶ່ງປີທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ, ສິ່ງທ້າທາຍ; ຄວາມປະເອີບໃຈ ເມື່ອກິດຈະການປ່ຽນແປງໃໝ່ ບັນລຸໝາກຜົນສໍາຄັນຫຼາຍຢ່າງ. ປະເທດ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອພັດທະນາ ຖ້າພວກເຮົາ ບໍ່ຕົກເຂົ້າໃນຄວາມເພິ່ງພໍໃຈ, ໃນຕົວ.

ໜ້າທີ່ສໍາຄັນໃນສະເພາະໜ້າຂອງທົ່ວພັກ ແລະຄະນະພັກທຸກຂັ້ນ, ອົງການຈັດຕັ້ງພັກ, ອົງການ, ກົມກອງ, ທ້ອງຖິ່ນແມ່ນສືບຕໍ່ຍູ້ແຮງວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມ ແລະຈັດຕັ້ງຂະບວນການປະຕິວັດ, ຂະບວນການແຂ່ງຂັນຮັກຊາດຂອງມະຫາຊົນ ເພື່ອໃຫ້ທັງລະບົບການເມືອງ, ທົ່ວປວງຊົນ, ທົ່ວກອງທັບ ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ກໍາແໜ້ນກາລະໂອກາດ ນໍາປະເທດ ກ້າວຂຶ້ນຢ່າງບຸກທະລຸ. ໃນນັ້ນ, ຄວນເປັນເຈົ້າການກໍານົດຂັ້ນຕອນ, ບາດກ້າວເດີນ, ມາດຕະການຢ່າງຈະແຈ້ງເພື່ອປະຕິບັດໜ້າທີ່, ຄາດໝາຍພັດທະນາເສດຖະກິດ-ສັງຄົມ ປີ 2023 ເວົ້າສະເພາະ ແລະທັງອາຍຸການ ເຊິ່ງ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ ວາງອອກ ໄດ້ຢ່າງມີໄຊ.

ເພື່ອເຮັດໄດ້ສິ່ງດັ່ງກ່າວນັ້ນ, “ແຕ່ລະຄົນ, ແຕ່ລະຂະແໜງການ, ແຕ່ລະບ່ອນ ລ້ວນແຕ່ພະຍາຍາມເຮັດຫຼ້ອນພາລະໜ້າທີ່ນັ້ນ, ແນ່ນອນວ່າ ປີໃໝ່ຈະແມ່ນປີມະຫາໄຊ” ຄືດັ່ງ ປະທານ ໂຮ່ຈີມິນ ໄດ້ສັ່ງສອນ. ພະນັກງານ, ສະມາຊິກພັກແຕ່ລະຄົນ ຕ້ອງມີການຕັດສິນໃຈສູງ ແລະມີວິທີທີ່ຖືກຕ້ອງໃນການຊາບຊຶມ, ຈັດຕັ້ງປະຕິບັດບັນດາແຜນນະໂຍບາຍ, ແນວທາງຂອງພັກ. ແຕ່ລະໝູ່ຄະນະ, ແຕ່ລະສ່ວນບຸກຄົນ ຕ້ອງມານະພະຍາຍາມ, ມີຄວາມສຸດອົກສຸດໃຈ, ອອກແຮງງານປະດິດຄິດສ້າງ, ອຸທິດຕົນຢ່າງບໍ່ຢຸດຢັ້ງເພື່ອຜົນປະໂຫຍດລວມ; ເສີມຂະຫຍາຍນໍ້າໃຈມະຫາສາມັກຄີທົ່ວປວງຊົນທັງຊາດ, ຜ່ານຜ່າຄວາມຫຍຸ້ງຍາກ, ກໍາແໜ້ນກາລະໂອກາດ; ນໍາປະເທດ ກ້າວເຂົ້າສູ່ໄລຍະພັດທະນາໃໝ່.

ພ້ອມກັບທົ່ວພັກ, ທົ່ວປວງຊົນ, ອົງຄະນະພັກກອງທັບສືບຕໍ່ມານະພະຍາຍາມສູ້ຊົນບັນລຸໝາກຜົນໃຫ້ໄດ້ຫຼາຍກວ່າອີກ; ກໍ່ສ້າງອົງຄະນະພັກກອງທັບ ໃຫ້ເປັນອົງຄະນະພັກແບບຢ່າງ ໃນວຽກງານກໍ່ສ້າງ, ປັບປຸງພັກ. ກອງທັບ ສືບຕໍ່ຢັ້ງຢືນຖານະບົດບາດ ແມ່ນກໍາລັງຫຼັກແຫຼ່ງໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ໄພທໍາມະຊາດ, ໂລກລະບາດ. ບັນດາອົງການ, ກົມກອງ ກອງທັບ ສືບຕໍ່ເປັນເຈົ້າການ, ມີຫົວຄິດປະດິດສ້າງໃນການດັດປັບການຈັດຕັ້ງກໍາລັງ, ຍູ້ແຮງຄວາມຄືບໜ້າ, ຄຸນນະພາບການກໍ່ສ້າງກອງທັບ, ໃຫ້ບຸລິມະສິດກໍ່ສ້າງບາງກໍາລັງໃນກອງທັບ ກ້າວຂຶ້ນທັນສະໄໝ; ຮອດປີ 2025 ກໍ່ສ້າງກອງທັບຫວຽດນາມ ໃຫ້ກະທັດຮັດ, ຍອດຢ້ຽມ, ເຂັ້ມແຂງໂດຍພື້ນຖານ, ສ້າງປະຖົມປັດໄຈໝັ້ນແກ່ນ, ສູ້ຊົນຮອດປີ 2030 ກໍ່ສ້າງກອງທັບປະຊາຊົນຫວຽດນາມ ປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ ແລະທັນສະໄໝ; ສົມເປັນກໍາລັງຫຼັກແຫຼ່ງໃນການປົກປັກຮັກສາ ປະເທດ ສັງຄົມນິຍົມ ຫວຽດນາມ.

ເນື່ອງໃນໂອກາດຕ້ອນຮັບລະດູບານໃໝ່ ປີເຖາະ 2023, ຕາງໜ້າການນໍາພັກ ແລະລັດ, ຂ້າພະເຈົ້າ ຂໍຖືໂອກາດນີ້ສົ່ງພອນໄຊອັນປະເສີດມາຍັງແຕ່ລະຄອບຄົວຫວຽດນາມ ໃນທົ່ວປະເທດ ພ້ອມດ້ວຍພີ່ນ້ອງຮ່ວມຊາດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະເພື່ອນມິດສາກົນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະປະສົບຜົນສໍາເລັດໃນໜ້າທີ່ວຽກງານ! ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນປີໃໝ່ມາຍັງພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ວິລະຊົນທຸກຖ້ວນໜ້າ - ບັນດາທະຫານປະຕິວັດ ໃນຖັນແຖວຂອງກອງທັບ ດ້ວຍໄລຍະປະຫວັດສາດ 78 ກວ່າປີ ແຫ່ງການກໍ່ສ້າງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວ - ກອງທັບປະຕິວັດ “ຮົບຮ້ອຍຄັ້ງ ຊະນະ ຮ້ອຍຄັ້ງ” ຍາມໃດກໍເປັນຈິດໜຶ່ງໃຈດຽວຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ!.

ປີໃໝ່, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາ ອອກແຮງປະຕິບັດຄໍາສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ວ່າ: “ອະນາຄົດຂອງຊາດຫວຽດນາມ ກໍສົດໃສ ຄືດັ່ງ ດວງຕາເວັນລະດູບານໃໝ່.

ມີຄວາມປິຕິຊົມຊື່ນຕໍ່ຄວາມງາມຂອງດວງຕາເວັນລະດູບານໃໝ່, ພວກຂ້າພະເຈົ້າ ຈະຕໍ່ສູ້ເພື່ອອະນາຄົດທີ່ຮຸ່ງເຮືອງເຫຼືອງເຫຼື້ອມຂອງຫວຽດນາມ, ເພື່ອອະນາຄົດຂອງພື້ນຖານປະຊາທິປະໄຕ, ຂອງສັນຕິພາບ ໃນທົ່ວໂລກ ແລະຂອງລັດທິສັງຄົມນິຍົມ. ພວກຂ້າພະເຈົ້າ ແມ່ນຜູ້ຊະນະໃນປັດຈຸບັນ ກໍຄືໃນອະນາຄົດ...”.

ນັກຂ່າວ: ຂໍຂອບໃຈສະຫາຍເລຂາທິການໃຫຍ່!

ໂດຍ: ໄຊຊະນະ