ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ຊົມເຊີຍ ແລະຕີລາຄາສູງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງທໍາອິດໃນຖານະຕຳແໜ່ງເປັນຜູ້ນໍາລັດຖະບານຫວຽດນາມ ຂອງສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ; ສະແດງໃຫ້ເຫັນການຖືເປັນສໍາຄັນຂອງພັກ, ລັດຫວຽດນາມ ສໍາລັບການພົວພັນແບບພິເສດຫວຽດນາມ-ລາວ.

leftcenterrightdel
ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ພົບປະກັບປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ. ພາບ: ສໍານັກຂ່າວສານຫວຽດນາມ.

ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມປະເທດລາວ ອ້າຍນ້ອງ; ຊົມເຊີຍຜົນງານອັນໃຫຍ່ຫຼວງ ແລະມີຄວາມໝາຍສໍາຄັນທີ່ພັກ, ລັດ ແລະປະຊາຊົນລາວ ບັນລຸໄດ້ໃນກິດຈະການສ້າງສາ ແລະພັດທະນາປະເທດຊາດ; ເຊື່ອໝັ້ນວ່າ ລາວ ຈະຜ່ານຜ່າໄລຍະຫຍຸ້ງຍາກນີ້, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ແລະແຜນການພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ໄລຍະ 2021-2025 ຢ່າງມີໄຊ; ພ້ອມທັງສະແດງຄວາມຊົມເຊີຍ ລາວ ຫາກໍ່ຈັດຕັ້ງກອງປະຊຸມ ສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ຊຸດທີ IX ປະສົບຜົນສໍາເລັດ.

ສະຫາຍ ຟ້າມມິງຈິ໊ງ ກໍ່ຕີລາຄາສູງບັນດາໝາກຜົນທີ່ບັນລຸໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງປະທານສະພາແຫ່ງຊາດລາວ ໃນເດືອນທັນວາ ປີ 2021; ຊ່ວຍເພີ່ມທະວີການພົວພັນຮ່ວມມືອັນດີງາມ ແລະໝັ້ນແກ່ນລະຫວ່າງສະພາແຫ່ງຊາດສອງປະເທດ; ປະກອບສ່ວນເຂົ້າຜົນສໍາເລັດຂອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2022.

leftcenterrightdel
ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ກ່າວຄໍາເຫັນທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ.

ການນໍາສອງສະຫາຍ ຢັ້ງຢືນວ່າ ຍາມໃດກໍ່ຖືເປັນສໍາຄັນ ແລະໃຫ້ບຸລິມະສິດສູງສຸດແກ່ການປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ; ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ເຖິງວ່າໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ການພົວພັນຮ່ວມມືສອງຝ່າຍຍັງສືບຕໍ່ຮັກສາໄດ້ທ່າພັດທະນາໃນທຸກຂົງເຂດ, ໃນນັ້ນອົງການນິຕິບັນຍັດສອງປະເທດໄດ້ຮັກສາການຈັດຕັ້ງການພົບປະຂັ້ນສູງ, ກອງປະຊຸມສໍາມະນາໃນຫົວຂໍ້ສະເພາະ, ແບ່ງປັນບົດຮຽນດ້ານວິຊາສະເພາະ, ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສລັດຖະສະພາໃນພາກພື້ນ ແລະສາກົນ.

ສະຫາຍປະທານສະພາແຫ່ງຊາດລາວ ກໍ່ສະແດງຄວາມຂອບອົກຂອບໃຈຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນ, ການໜູນຊ່ວຍຢ່າງໃຫຍ່ຫຼວງໃຫ້ແກ່ລາວ ໃນໄລຍະຜ່ານມາ, ໃນນັ້ນມີການກໍ່ສ້າງຫໍສະພາແຫ່ງຊາດລາວ; ທ່ານ ເນັ້ນໜັກວ່າ ຍາມໃດກໍ່ຈະສະໜັບສະໜູນຢ່າງບໍ່ຢຸດຢັ້ງ, ເພີ່ມທະວີ ແລະເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ເລິກເຊິ່ງກວ່າອີກ.

ໂດຍ: ຈາງຫງວຽນ