ໄຮຕີ ຢາກເພີ່ມທະວີການພົວພັນກັບຫວຽດນາມ ກວ່າເກົ່າ
ທີ່ການຕ້ອນຮັບ, ຮອງລັດຖະມົນຕີທັງສອງທ່ານໄດ້ເປັນເອກະພາບກັນບາງມາດຕະການຊຸກຍູ້ການພົວພັນສອງຝ່າຍ, ສົມທົບ ແລະ ສະໜັບສະໜູນຊ່ວຍເຊິ່ງກັນ ແລະ ກັນ ຢູ່ບັນດາອົງການຈັດຕັ້ງສາກົນ
ຕອນບ່າຍວັນທີ 23 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຮ່າກີມຫງອກ ໄດ້ຕ້ອນຮັບ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດໄຮຕີ Azed Pierre Nasser Belfort ເນື່ອງໃນໂອກາດຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ ນັບແຕ່ວັນທີ 22-29 ພະຈິກ. ທີ່ການຕ້ອນຮັບ, ຮອງລັດຖະມົນຕີທັງສອງທ່ານໄດ້ ເປັນເອກະພາບກັນບາງມາດຕະການຊຸກຍູ້ການພົວພັນສອງຝ່າຍ, ສົມທົບ ແລະ ສະໜັບສະໜູນຊ່ວຍເຊິ່ງກັນ ແລະ ກັນ ຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ ໃນເວລາທີ່ຈະມາເຖິງ. ສອງຝ່າຍເປັນເອກະສັນກັນສືບຕໍ່ເອົາໃຈໃສ່, ສະໜັບສະໜູນ ແລະ ສ້າງທຸກເງື່ອນໄຂຄວາມສະດວກ ເພື່ອຮ່ວມທຸລະກິດດ້ານໂທລະຄົມມະນາຄົມ (NATCOM S.A) ລະຫວ່າງກຸ່ມບໍລິສັດ ຫວຽດເທວ ແລະ ບໍລິສັດໃຫ່ຍ ສື່ສານ ໄຮຕີ ເຄື່ອນໄຫວຢ່າງປອດໄພ, ປະສິດທິຜົນ, ປະກອບສ່ວນເຂົ້າໃນຄວາມໝັ້ນຄົງ ແລະ ພັດທະນາ ຂອງໄຮຕີ.
    |
 |
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຮ່າກີມຫງອກ ໄດ້ຕ້ອນຮັບ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດໄຮຕີ Azed Pierre Nasser Belfort. ພາບ:ໜັງສືພິມເຍີນເຢີນ |
ທ່ານຮອງລັດຖະມົນຕີ ຮ່າກີມຫງອກ ສະເໜີໃຫ້ກະຊວງການຕ່າງປະເທດ ໄຮຕີ ສົມທົບການຊຸກຍູ້ແລກປ່ຽນ ແລະພົບປະສອງຝ່າຍ, ເສີມຂະຫຍາຍປະສິດທິຜົນຂອງກົນໄກ ຄະນະກຳມະການປະສົມ ກ່ຽວກັບການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນຫວຽດນາມ - ໄຮຕີ; ເຊື່ອມຕໍ່ວິສາຫະກິດສອງຝ່າຍ ແລະ ຊອກຫາບັນດາຂົງເຂດຮ່ວມມືທີ່ອາດຈະເປັນໄປບົນພື້ນຖານຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດ, ນຳເອົາຜົນປະໂຫຍດມາໃຫ້ທັງສອງຝ່າຍ.
ສ່ວນ ທ່ານຮອງລັດຖະມົນຕີ Azed Pierre Nasser Belfort ຢືນຢັນວ່າ ລັດຖະບານໄຮຕີ ຢາກເພີ່ມທະວີການພົວພັນກັບຫວຽດນາມ ກວ່າເກົ່າ, ພິເສດແມ່ນໃນການດຶງດູດການລົງທຶນຂອງວິສາຫະກິດ ຫວຽດນາມ ເຂົ້າ ໄຮຕີ, ຮ່ວມມືດ້ານເຕັກນິກ ແລະ ຮ່ວມທຸລະກິດໃນຂົງເຂດກະສິກຳ, ການປະມົງ ແລະ ລ້ຽງສັດ.
ແຫຼ່ງຄັດຈາກ vovworld.vn