ສະຫາຍ Manuel Marrero Cruz ສະແດງຄວາມຂອບໃຈຕໍ່ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບການຕ້ອນຮັບຢ່າງສົມກຽດ, ອາລົມຈິດອົບອຸ່ນຂອງສະຫາຍ ເລຂາທິການໃຫຍ່ ຫງວຽນຝູຈ້ອງ, ບັນດາສະຫາຍການນໍາ ແລະປະຊາຊົນຫວຽດນາມ ອ້າຍນ້ອງ; ສະແດງຄວາມປິຕິຊົມຊື່ນເປັນພິເສດເມື່ອເປັນຄັ້ງທໍາອິດໄດ້ມາຢ້ຽມຢາມຫວຽດນາມ, ແລະກໍ່ແມ່ນການຢ້ຽມຢາມຄັ້ງທໍາອິດຢູ່ນອກພາກພື້ນອາເມລິກາລາຕິນ ໃນຖານະເປັນນາຍົກລັດຖະມົນຕີ; ສະຫາຍ Manuel Marrero Cruz ໄດ້ສົ່ງຄໍາຢ້ຽມຢາມຖາມຂ່າວຂອງສະຫາຍ Miguel Díaz-Canel ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ ແລະບັນດາສະຫາຍການນໍາ ກູບາ ເຖິງສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ.

leftcenterrightdel
ສະຫາຍ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບສະຫາຍ Manuel Marrero Cruz ນາຍົກລັດຖະມົນຕີ ກູບາ. ພາບ: ສໍານັກຂ່າວສານຫວຽດນາມ.

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະແດງຄວາມຊົມເຊີຍ, ຕີລາຄາສູງຕໍ່ຄວາມໝາຍການຢ້ຽມຢາມຫວຽດນາມ ຂອງສະຫາຍ Manuel Marrero Cruz, ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນເຂົ້າໃນການພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດຢ່າງເລິກເຊິ່ງກວ່າອີກ ແລະເພີ່ມທະວີການຮ່ວມມືລະຫວ່າງສອງພັກ, ສອງລັດຫວຽດນາມ-ກູບາ ໂດຍ ປະທານ ໂຮ່ຈີມິນ ແລະປະທານ Fidel Castro ແລະການນໍາຮຸ່ນຕ່າງໆຂອງສອງພັກ, ສອງລັດ ໄດ້ເພີ່ມພູນຄູນສ້າງ. ສະຫາຍ ຫງວຽນຝູຈ້ອງ ຢັ້ງຢືນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ເຄົາລົບນັບຖື ແລະຂອບໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອຂອງພັກ, ລັດ ແລະປະຊາຊົນກູບາ ຕໍ່ກັບພາລະກິດປົດປ່ອຍຊາດ ແລະສ້າງສາປະເທດຂອງຫວຽດນາມ, ໄດ້ຢໍ້າຄືນຄໍາເວົ້າຂອງປະທານ Fidel Castro ທີ່ວ່າ “ເພື່ອ ຫວຽດນາມ, ກູບາ ພ້ອມແລ້ວທີ່ຈະອຸທິດເລືອດເນື້ອຂອງຕົນ”.

ສະຫາຍ ຫງວຽນຝູຈ້ອງ ເຊື່ອໝັ້ນວ່າພາຍໃຕ້ການນໍາພາຂອງພັກກອມມູນິດ ກູບາ ທີ່ສະຫງ່າງາມ, ປະຊາຊົນກູບາ ອ້າຍນ້ອງ ຈະປະຕິບັດສໍາເລັດວິວັດການອັບເດດຮູບແບບເສດຖະກິດ-ສັງຄົມ ສັງຄົມນິຍົມ ແລະເປົ້າໝາຍສ້າງສາປະເທດແຫ່ງອະທິປະໄຕ, ເອກະລາດ, ສັງຄົມນິຍົມ, ປະຊາທິປະໄຕ, ສີວິໄລ ແລະຍືນຍົງ.

ສະຫາຍ Manuel Marrero Cruz ເນັ້ນໜັກວ່າ ບັນດາຜົນງານ ແລະບົດຮຽນປ່ຽນແປງໃໝ່ຂອງຫວຽດນາມ ແມ່ນແຫຼ່ງລະດົມກໍາລັງໃຈ ແລະມີຄຸນຄ່າສໍາຄັນໃນການທາບທາມຕໍ່ກັບພັກກອມມູນິດກູບາ ໃນວິວັດການນໍາພາການປະຕິວັດ, ຜັນຂະຫຍາຍມາດຕະການອັບເດດ ຮູບແບບເສດຖະກິດ-ສັງຄົມ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ...

ເມື່ອເນັ້ນໜັກເຖິງນໍ້າໃຈສາມັກຄີ, ການສະໜັບສະໜູນອັນສະເໝີຕົ້ນສະເໝີປາຍຂອງພັກ ແລະປະຊາຊົນຫວຽດນາມ ຕໍ່ກັບພາລະກິດທີ່ເປັນທໍາຂອງພັກ ແລະປະຊາຊົນກູບາ, ສະຫາຍ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຈະຮ່ວມເດີນທາງກັບພັກ, ລັດ ແລະປະຊາຊົນກູບາ, ໜູນຊ່ວຍຈົນສຸດຄວາມສາມາດຂອງຕົນ. ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ສອງຝ່າຍເພີ່ມທະວີການສົມທົບກັນ ແລະຕັ້ງໜ້າຜັນຂະຫຍາຍການພົວພັນໃນ 3 ຊ່ອງທາງຄືໃນສາຍພັກ, ສາຍລັດ ແລະການທູດປະຊາຊົນ ຢ່າງຄົບຊຸດ, ປະຕິບັດບັນດາຂໍ້ຕົກລົງຮ່ວມມື, ຊ່ວຍເຫຼືອກັນຢ່າງມີປະສິດທິຜົນ.  

ໂດຍ: ໄຊຊະນະ