ຮັດແໜ້ນລະບຽບວິໄນ, ຮັບປະກັນຄຸນນະພາບ ແລະປະສິດທິຜົນບັນດາເນື້ອໃນທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດ
ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ ນີ້ແມ່ນກອງປະຊຸມຄັ້ງສຸດທ້າຍຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ XV, ດຳເນີນໃນສະພາບການກວດກາຄືນບັນດາວຽກງານກະກຽມໃຫ້ແກ່ກອງປະຊຸມ ຄັ້ງທີ 1 ຂອງສະພາແຫ່ງຊາດ ຊຸດທີ XVI. ໂດຍເນັ້ນໜັກວ່າ, ກອງປະຊຸມໄດ້ດຳເນີນໄປວັນເຄິ່ງ, ເຖິງຢ່າງໃດກໍ່ຕາມໜ້າທີ່ວຽກງານແມ່ນມີຫຼາຍ, ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ເສີມຂະຫຍາຍຄວາມຮັບຜິດຊອບສູງ, ເຮັດວຽກຢ່າງຮີບດ່ວນ, ເຂັ້ມງວດ, ມີຈຸດສຸມ, ຮັບປະກັນຄຸນນະພາບ, ປະສິດທິຜົນ; ກຽມພ້ອມເຮັດວຽກລ່ວງເວລາເພື່ອຮັບປະກັນຄວາມຄືບໜ້າ. ບັນດາອົງການທີ່ກ່ຽວຂ້ອງຕ້ອງກະກຽມບົດລາຍງານຢ່າງລະອຽດ, ເນື້ອໃນກະທັດຮັດ, ຈະແຈ້ງ ແລະກົງໄປກົງມາ.
    |
 |
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຟ້າມທັ໊ງ |
ທ່ານປະທານສະພາແຫ່ງຊາດ ກໍ່ຮຽກຮ້ອງໃຫ້ຮັດກຸມລະບຽບວິໄນໃນວຽກງານກະກຽມເອກະສານຍື່ນສະເໜີຕໍ່ສະພາແຫ່ງຊາດ, ຢຸດຕິສະພາບການສົ່ງເອກະສານຊັກຊ້າ, ເນື້ອໃນບໍ່ຮັບປະກັນຄຸນນະພາບແຕ່ຍັງເອົາເຂົ້າໃນລາຍການແລ້ວຂໍຖອນອອກ. ທ່ານປະທານສະພາແຫ່ງຊາດ ຢັ້ງຢືນວ່າ: “ເລື່ອງນີ້ຕ້ອງໄດ້ຮັບການແກ້ໄຂຢ່າງເຄັ່ງຂັດ, ເປັນຕົ້ນແມ່ນໃນສະພາບການທີ່ກຳລັງກະກຽມເຂົ້າສູ່ອາຍຸການສະພາແຫ່ງຊາດ ຊຸດທີ XVI, ຄວາມຮຽກຮ້ອງຕ້ອງການດ້ານການເປັນມືອາຊີບ, ປະສິດທິພາບ, ປະສິດທິຜົນໃນການເຄື່ອນໄຫວຂອງສະພາແຫ່ງຊາດ ນັບມື້ນັບສູງຂຶ້ນ”.
ສູ້ຊົນເຮັດໃຫ້ການເຕີບໂຕ GDP ສະເລ່ຍໃນໄລຍະ 2026-2030 ບັນລຸ 10%/ປີ ຫຼືຫຼາຍກວ່ານັ້ນ
ພາຍຫຼັງໄຂກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບການຕີລາຄາເພີ່ມເຕີມໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມປີ 2025, ສະພາບການປະຕິບັດແຜນການພັດທະນາ ເສດຖະກິດ-ສັງຄົມໃນຊຸມເດືອນຕົ້ນປີ 2026; ຕີລາຄາສະພາບການ, ໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ 2021-2025 ແລະຄາດຄະເນແຜນການ 5 ປີ 2026-2030.
ຕາມບົດລາຍງານຂອງລັດຖະບານແລ້ວ, ກ່ຽວກັບແຜນການ 5 ປີ 2021-2025, ຫວຽດນາມ ບັນລຸໄດ້ ແລະລື່ນກາຍ 22/26 ຄາດໝາຍຕົ້ນຕໍ, ໃນນັ້ນໄດ້ປະຕິບັດສຳເລັດທຸກຄາດໝາຍກ່ຽວກັບສັງຄົມ. ການເຕີບໂຕດ້ານເສດຖະກິດໄດ້ໃຫ້ບຸລິມະສິດຊຸກຍູ້, ນອນໃນກຸ່ມສູງສຸດຢູ່ພາກພື້ນ ແລະໃນໂລກ; ເສດຖະກິດມະຫາພາກມີຄວາມໝັ້ນຄົງໂດຍພື້ນຖານ, ເງິນເຟີ້ໄດ້ຮັບການຄວບຄຸມ, ຄວາມດຸ່ນດ່ຽງໃຫຍ່ໄດ້ຮັບການຮັບປະກັນ; ໜີ້ສາທາລະນະ, ໜີ້ລັດຖະບານ, ໜີ້ຕ່າງປະເທດ ແລະການໃຊ້ຈ່າຍງົບປະມານຂອງລັດ ໄດ້ຮັບການຄວບຄຸມ, ຕໍ່າກວ່າທີ່ໄດ້ກຳນົດໄວ້...
ກ່ຽວກັບການຄາດຄະເນແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ໄລຍະ 2026-2030, ລັດຖະບານໄດ້ຍົກອອກຢ່າງຈະແຈ້ງວ່າ ເປົ້າໝາຍສັງລວມແມ່ນພັດທະນາປະເທດຢ່າງວ່ອງໄວ ແລະຍືນຍົງ; ສູ້ຊົນເຮັດໃຫ້ການເຕີບໂຕ GDP ສະເລ່ຍໄດ້ແຕ່ 10%/ປີ ຂຶ້ນໄປ, ຕິດພັນກັບການຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມເງິນເຟີ້, ຮັບປະກັນຄວາມດຸ່ນດ່ຽງໃຫຍ່; ປັບປຸງ ແລະຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງຮອບດ້ານ.
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: ຟ້າມທັ໊ງ |
ບົດລາຍງານກ່ຽວກັບການກວດກາເນື້ອໃນນີ້, ຄະນະປະຈຳຄະນະກຳມາທິການເສດຖະກິດ ແລະການເງິນຂອງສະພາແຫ່ງຊາດໄດ້ເຫັນດີເປັນເອກະພາບໂດຍພື້ນຖານກ່ຽວກັບທັດສະນະ, ເປົ້າໝາຍໂດຍສັງເຂບ, ຄາດໝາຍຕົ້ນຕໍ ແລະ 12 ກຸ່ມໜ້າທີ່, ມາດຕະການທີ່ໄດ້ຍົກອອກໃນບົດລາຍງານຂອງລັດຖະບານ. ບາງຄຳເຫັນໄດ້ສະເໜີໃຫ້ໃສ່ໃຈຄວາມກົດດັນອັນໃຫຍ່ຫຼວງກ່ຽວກັບຄວາມດຸ່ນດ່ຽງງົບປະມານ, ການລະດົມ ແລະການນຳໃຊ້ແຫຼ່ງເງິນລົງທຶນໃນສະພາບທີ່ມີຄວາມຕ້ອງການແຫຼ່ງກໍາລັງສູງທີ່ສຸດໃຫ້ແກ່ການເຕີບໂຕ. ຄະນະປະຈຳ ຄະນະກຳມາທິການເສດຖະກິດ ແລະການເງິນ ສະເໜີໃຫ້ລັດຖະບານສືບຕໍ່ກວດກາຄືນ, ໃກ້ຊິດຕິດແທດ ແລະຫັນການກຳນົດທິດຢ່າງຄົບຖ້ວນທີ່ໄດ້ກໍານົດຢູ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ຂໍ້ສະຫຼຸບກອງປະຊຸມ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XIV ເປັນລະອຽດ; ພ້ອມທັງຍຶດໝັ້ນຫຼັກການເຕີບໂຕຢ່າງແທ້ຈິງ, ຮັກສາສະຖຽນລະພາບມະຫາພາກ, ນຳໃຊ້ແຫຼ່ງກໍາລັງຢ່າງມີປະສິດທິຜົນ ແລະຕິດພັນກັບການເຕີບໂຕດ້ວຍຄວາມຄືບໜ້າ, ຍຸຕິທຳສັງຄົມ; ຮັບປະກັນໃຫ້ມີຈຸດສຸມ, ຈຸດໃຈກາງ, ມີຄວາມຈະແຈ້ງໃນການໃຫ້ບຸລິມະສິດ, ຕິດພັນກັບແຫຼ່ງກຳລັງ, ໄລຍະໃນການປະຕິບັດ, ສ້າງການຫັນປ່ຽນຢ່າງຈະແຈ້ງແຕ່ຕົ້ນໄລຍະ 2026-2030…
ການເຕີບໂຕຂອງ GDP ສູງກວ່າ 10% ຕ້ອງໄປຄຽງຄູ່ກັບເນື້ອແທ້
ຜ່ານການປຶກສາຫາລື, ຄວາມເຫັນໄດ້ເນັ້ນໜັກວ່າ, ວຽກທີ່ຕ້ອງເຮັດໄປພ້ອມກັບການເຕີບໂຕສູງ ແລະຮັກສາສະຖຽນລະພາບມະຫາພາກແມ່ນສິ່ງທ້າທາຍໃຫຍ່, ຮຽກຮ້ອງໃຫ້ມີການບໍລິຫານນະໂຍບາຍຢ່າງຮອບຄອບ, ມີໄຫວພິບ ແລະມີລະບຽບວິໄນ. ພ້ອມທັງເພີ່ມທະວີລະບຽບວິໄນງົບປະມານ, ສ້າງໂຄງປະກອບການໃຊ້ຈ່າຍຄືນໃໝ່ຕາມທິດໃຫ້ບຸລິມະສິດລົງທຶນ; ເປັນເຈົ້າການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະຄວບຄຸມຜົນກະທົບຕໍ່ໄພເງິນເຟີ້, ອັດຕາແລກປ່ຽນ, ຕະຫຼາດການເງິນ...
ປຶກສາຫາລືກ່ຽວກັບເນື້ອໃນດັ່ງກ່າວ, ທ່ານປະທານສະພາແຫ່ງຊາດ ໄດ້ຊີ້ແຈ້ງວ່າ: ເປົ້າໝາຍສູ້ຊົນໃຫ້ບັນລຸການເຕີບໂຕ GDP ກວ່າ 10% ແມ່ນເປົ້າໝາຍສູງ, ຮຽກຮ້ອງໃຫ້ມີການບໍລິຫານຢ່າງເດັດຂາດແຕ່ຕ້ອງແທດຈິງ; ການເຕີບໂຕຕ້ອງໄປຄຽງຄູ່ກັບເນື້ອແທ້. ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ມາດຕະການບໍລິຫານຕ້ອງສຸມໃສ່ແກ້ໄຂນະໂຍບາຍ, ໂຄງການມີລັກສະນະບຸກທະລຸຕົ້ນຕໍຈຳນວນໜຶ່ງ, ຄື: ພັດທະນາທາງລົດໄຟຄວາມໄວສູງ, ໄຟຟ້ານິວເຄຼຍ, ການປະຕິຮູບລະບອບລະບຽບການ ແລະສ້າງຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນໃຫ້ສົມບູນແບບ...
ນອກຈາກນັ້ນ, ທ່ານປະທານສະພາແຫ່ງຊາດ ກໍ່ໃສ່ໃຈຂັ້ນຕອນກ່ຽວກັບການສ້າງ ແລະປະກາດໃຊ້ເອກະສານກົດໝາຍ. ສະພາບການທີ່ກົດໝາຍໄດ້ປະກາດໃຊ້ແລ້ວແຕ່ຍັງອອກດຳລັດຊັກຊ້າ, ຈົດໝາຍລັດຖະການແນະນໍາຕ້ອງໄດ້ຮັບການແກ້ໄຂຢ່າງລະອຽດ. ຫຼັກການວາງອອກແມ່ນດຳລັດຕ້ອງໄປຄຽງຄູ່ກັບກົດໝາຍ, ຈົດໝາຍລັດຖະການຕ້ອງຕາມທັນດຳລັດ, ເພື່ອຫຼີກເວັ້ນບໍ່ໃຫ້ເກີດຂໍ້ຂັດແຍ່ງໃນການຈັດຕັ້ງປະຕິບັດ. ທ່ານປະທານສະພາແຫ່ງຊາດ ຍັງໄດ້ເນັ້ນໜັກເຖິງຄວາມຮັບຜິດຊອບໃນການປະຕິບັດຄຳໝັ້ນສັນຍາທີ່ມີຕໍ່ປະຊາຊົນ ແລະສະພາແຫ່ງຊາດ. ບັນດາເນື້ອໃນທີ່ໄດ້ສັນຍາໄວ້ແລ້ວແມ່ນຕ້ອງໄດ້ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະມີປະສິດທິຜົນ.
ໂດຍ: ເຈິ່ນຮວ່ຽນ