leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ກ່າວຄຳເຫັນສະຫຼຸບທີ່ການເຮັດວຽກ. ພາບ: qdnd.vn

ກ່າວຄຳເຫັນສະຫຼຸບ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍບັນດາໝາກຜົນເຊິ່ງຫ້ອງວ່າການປະທານປະເທດ ບັນລຸໄດ້ໃນໄລຍະຜ່ານມາ, ເນັ້ນໜັກວ່າ: ຫ້ອງວ່າການໄດ້ເສີມຂະຫຍາຍຄວາມຮັບຜິດຊອບ, ເປັນເຈົ້າການ, ຢ່າງມີໄຫວພິບ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດວຽກງານລວມຂອງການນຳລັດ.

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ຮຽກຮ້ອງໃຫ້ຫ້ອງວ່າການປະທານປະເທດ ສືບຕໍ່ຍົກສູງຄຸນນະພາບວຽກງານຄົ້ນຄວ້າ, ເປັນເສນາທິການ ແລະສັງລວມ; ເປັນເຈົ້າການກະກຽມເນື້ອໃນເປັນຢ່າງດີ, ເອກະສານຮັບໃຊ້ການປະຊຸມຂອງການນໍາຫຼັກແຫຼ່ງ, ກົມການເມືອງ, ກອງເລຂາ ແລະບັນດາການເຄື່ອນໄຫວຕາມລາຍການວຽກງານ. ທ່ານປະທານປະເທດ ເນັ້ນໜັກເຖິງຄວາມຮຽກຮ້ອງສຸມໃສ່ຮັບໃຊ້ກອງປະຊຸມຄັ້ງທີ 1 ຂອງສະພາແຫ່ງຊາດ ຊຸດທີ XVI ເປັນຢ່າງດີ, ວຽກງານບູລະນະກົງຈັກລັດໃຫ້ສົມບູນ; ເປັນເສນາທິການບັນດາຕົກລົງກ່ຽວກັບວຽກງານພະນັກງານ, ແຂ່ງຂັນ-ຍ້ອງຍໍ, ອະໄພຍະໂທດ, ສັນຊາດ, ສົນທິສັນຍາສາກົນ ແລະຂົງເຂດຕຸລາການ.

leftcenterrightdel
ທ່ານປະທານປະເທດ  ເລືອງເກື່ອງ ເປັນປະທານການເຮັດວຽກ. ພາບ: qdnd.vn

ທ່ານປະທານປະເທດ ຮຽກຮ້ອງໃຫ້ຫ້ອງວ່າການສືບຕໍ່ກໍາແໜ້ນພາລະບົດບາດ, ໜ້າທີ່, ເສີມຂະຫຍາຍບົດບາດເປັນອົງການເປັນເສນາທິການສັງລວມ, ຍຸດທະສາດ; ຮັກສາຄວາມສາມັກຄີ, ເປັນເອກະພາບສູງພາຍໃນຢ່າງສູງ; ສົມທົບກັນຢ່າງແໜ້ນແຟ້ນກັບອົງການທີ່ກ່ຽວຂ້ອງໃນການປະຕິບັດໜ້າທີ່. ພ້ອມກັນນັ້ນ, ຫ້ອງວ່າການຄວນສືບຕໍ່ຍູ້ແຮງການຫັນປ່ຽນດີຈີຕອນ, ຍົກສູງວຽກງານຈັດຕັ້ງ-ບໍລິຫານຢ່າງມີປະສິດທິຜົນ, ຮັບປະກັນເງື່ອນໄຂພື້ນຖານວັດຖຸ, ເຕັກນິກ, ການເຄື່ອນໄຫວສຳນັກງານໃຫຍ່ໃໝ່ຢ່າງລຸລ່ວງ, ຕອບສະໜອງຄວາມຕ້ອງການໜ້າທີ່ໃນສະພາບການໃໝ່.

ໂດຍ: ເຈິ່ນຮວ່ຽນ