leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Manuel Marrero Cruz ນາຍົກລັດຖະມົນຕີກູບາ. ພາບ: ຫວຽດຈູງ.

ທີ່ການພົບປະ, ທ່ານ ເວືອງດິ່ງເຫວ້ ຢັ້ງຢືນວ່າ ສະພາແຫ່ງຊາດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນພາລະກິດແຫ່ງການປະຕິວັດທີ່ເປັນທຳຂອງປະຊາຊົນກູບາ ອ້າຍນ້ອງ; ຖືເປັນສຳຄັນ, ຮັກສາ ແລະປະກອບສ່ວນເຂົ້າໃນການພັດທະນານ້ຳໃຈສາມັກຄີ, ມິດຕະພາບ ແລະການພົວພັນຮ່ວມມືແບບພິເສດຫວຽດນາມ-ກູບາ ກວ່າອີກ, ພ້ອມທັງແບ່ງປັນກັບທ່ານ Manuel Marrero Cruz ກ່ຽວກັບວິວັດການປ່ຽນແປງໃໝ່ ແລະການເຄື່ອນໄຫວຂອງສະພາແຫ່ງຊາດ ຫວ່າງມໍ່ໆມານີ້, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ການເຊື່ອມໂຍງເຂົ້າກັບສາກົນຂອງປະເທດພາຍຫຼັງພະຍາດໂຄວິດ-19 ກໍ່ຄື ການພັດທະນາການພົວພັນຫວຽດນາມ-ກູບາ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ຫວຽດຈູງ.

ທ່ານ ເວືອງດິ່ງເຫວ້ ຢັ້ງຢືນວ່າ ສະພາແຫ່ງຊາດຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບສະພາແຫ່ງຊາດກູບາ ເພື່ອແນໃສ່ແລກປ່ຽນບົດຮຽນກ່ຽວກັບວຽກງານນິຕິບັນຍັດ ແລະຕິດຕາມກວດກາ, ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສລັດຖະສະພາສາກົນ ແລະພາກພື້ນ.

ສ່ວນທ່ານ Manuel Marrero Cruz ຢັ້ງຢືນວ່າ ກູບາ ຕີລາຄາສູງນໍ້າໃຈມິດຕະພາບທີ່ເປັນມູນເຊື້ອອັນພິເສດລະຫວ່າງສອງປະເທດເຊິ່ງປະທານໂຮ່ຈີມິນ ແລະຜູ້ນໍາ Fidel Castro ເປັນຜູ້ສ້າງຕັ້ງ ແລະໄດ້ຮັບການເພີ່ມພູນຄູນສ້າງຈາກການນໍາ ແລະປະຊາຊົນລຸ້ນຕ່າງໆຂອງສອງປະເທດ.

ໂດຍ: ເຈິ່ນຮວ່ຽນ