ທີ່ການຕ້ອນຮັບ, ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ສະແດງຄວາມຊົມເຊີຍທ່ານ Yaron Mayer ທີ່ໄດ້ມາຮັບໜ້າທີ່ການທູດຢູ່ຫວຽດນາມ, ອວຍພອນໃຫ້ທ່ານ Yaron Mayer ປະສົບຜົນສຳເລັດໃນອາຍຸການປະຕິບັດງານຂອງຕົນ, ປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນອັນດີງາມລະຫວ່າງສອງປະເທດເວົ້າລວມ, ລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະບັນດາອົງການທີ່ກ່ຽວຂ້ອງລັດອິດສະຣາແອນ ເວົ້າສະເພາະ.

leftcenterrightdel
ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ຕ້ອນຮັບທ່ານ Yaron Mayer ເອກອັກຄະລັດຖະທູດອິດສະຣາແອນ ປະຈໍາ ຫວຽດນາມ. ພາບ: vov.vn

ທ່ານພົນເອກ ໂຕເລິມ ເຊື່ອໝັ້ນວ່າ ປີ 2023 ຈະເປັນຂີດໝາຍສຳຄັນເມື່ອສອງປະເທດຈະສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ອິດສະຣາແອນ, ຜ່ານນັ້ນ, ປະກອບສ່ວນສ້າງກຳລັງໜູນໃໝ່ໃຫ້ການພັດທະນາການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດການຮ່ວມມື.

ສ່ວນທ່ານ Yaron Mayer ຢັ້ງຢືນວ່າ ໃນຖານະຕຳແໜ່ງໃໝ່ຂອງຕົນ, ຈະເປັນຂົວຕໍ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ສົມທົບ ແລະແລກປ່ຽນບົດຮຽນ, ຊຸກຍູ້ການເຄື່ອນໄຫວຮ່ວມມືລະຫວ່າງສອງຝ່າຍໃນບັນດາຂົງເຂດຄວາມສາມາດບົ່ມຊ້ອນ ແລະພິເສດແມ່ນໃນຂົງເຂດການຮ່ວມມືຮັກສາຄວາມເປັນລະບຽບຮຽບຮ້ອຍ.

ໂດຍ: ເຈິ່ນຮວ່ຽນ