ສອງນາຍົກລັດຖະມົນຕີ ໄດ້ຢືນຢັນຄວາມສຳຄັນຂອງການພົວພັນລະຫວ່າງຫວຽດນາມ-ຈີນ ສໍາລັບແຕ່ລະປະເທດ, ເນັ້ນໜັກວ່າ ສອງຝ່າຍຈະສືບຕໍ່ຫັນຄວາມຮັບຮູ້ລວມທີ່ບັນລຸໄດ້ໃນການໂອ້ລົມທາງໂທລະສັບລະຫວ່າງທ່ານເລຂາທິການໃຫຍ່  ຫງວຽນຝູຈ້ອງ ແລະທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ໃຫ້ເປັນລະອຽດ, ສືບຕໍ່ນຳການພົວພັນ ຫວຽດນາມ - ຈີນ ເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ການຮ່ວມມືທີ່ແທດຈິງ, ມີປະສິດທິຜົນກວ່າ, ເປັນພື້ນຖານຂອງການພົວພັນມິດຕະພາບ, ການຮ່ວມມື ແລະພັດທະນາຢ່າງໝັ້ນຄົງກວ່າອີກ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໂອ້ລົມທາງໂທລະສັບກັບທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີ ຈີນ . ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, ສອງນາຍົກລັດຖະມົນຕີ ໄດ້ເຫັນດີເພີ່ມທະວີການພົບປະຂັ້ນສູງ ແລະທຸກຂັ້ນ, ໂດຍສະເພາະແມ່ນການຊຸກຍູ້ ແລະກະກຽມໃຫ້ແກ່ການຢ້ຽມຢາມຂັ້ນສູງໂດຍກົງພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດຈີນ ໃຫ້ດີທີ່ສຸດ; ຊຸກຍູ້ບັນດາຂົງເຂດຮ່ວມມືທີ່ແທດຈິງໃຫ້ເຂົ້າສູ່ລວງເລິກ, ພັດທະນາຢ່າງປອດໃສ, ກົມກຽວ, ຍືນຍົງ; ຊຸກຍູ້ການພົບປະແລກປ່ຽນ ແລະການໄປມາຂອງປະຊາຊົນສອງປະເທດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ສະເໜີໃຫ້ສອງຝ່າຍສົມທົບກັນຢ່າງຕັ້ງໜ້າ ເພື່ອນຳວົງເງິນການຄ້າສອງຝ່າຍໃຫ້ມີການເຕີບໂຕຢ່າງໝັ້ນທ່ຽງ ແລະສົມດຸນ; ສະເໜີ ຈີນ ອໍານວຍຄວາມສະດວກໃຫ້ແກ່ການຜ່ານແດນ ແລະເປີດກວ້າງການນຳເຂົ້າສິນຄ້າ, ໂດຍສະເພາະແມ່ນກະຕຸກຊຸກຍູ້ການເປີດປະຕູຕະຫຼາດໃຫ້ຜະລິດຕະພັນກະເສດຂອງຫວຽດນາມ; ຟື້ນຟູຮອບດ້ານກ່ຽວກັບການເຄື່ອນໄຫວຢູ່ບັນດາຄູ່ດ່ານຊາຍແດນ ແລະຍົກສູງຄວາມສາມາດໃນການຜ່ານແດນ; ສົມທົບກັນຜັນຂະຫຍາຍ ແລະໝູນໃຊ້ກາລະໂອກາດທີ່ມາຈາກບັນດາສັນຍາການຄ້າເສລີຫຼາຍຝ່າຍໃຫ້ເປັນຢ່າງດີ.

ທ່ານນາຍົກລັດຖະມົນຕີ ຫຼີເຄີ້ສຽງ ສະເໜີໃຫ້ສອງຝ່າຍເພີ່ມທະວີການເຊື່ອມຕໍ່ຍຸດທະສາດ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ໂດຍສະເພາະແມ່ນຂົງເຂດການຜະລິດ ແລະກະສິກຳ, ຮ່ວມມືຮັກສາລະບົບສະໜອງ ແລະຕ່ອງໂສ້ການຜະລິດ, ເສີມຂະຫຍາຍບຸລິມະສິດຂອງແຕ່ລະຝ່າຍເພື່ອພ້ອມກັນເປີດກວ້າງການຂຸດຄົ້ນຕະຫຼາດໂລກ.

ກ່ຽວກັບບັນຫາຊາຍແດນຜືນແຜ່ນດິນ, ສອງຝ່າຍໄດ້ເຫັນດີເປັນເອກະສັນສືບຕໍ່ຮັກສາຊ່ອງທາງແລກປ່ຽນກ່ຽວກັບຊາຍແດນທາງບົກ ແລະບັນຫາທະເລ, ຊຸກຍູ້ການເປີດກວ້າງ, ແກ້ໄຂຄວາມແຕກຕ່າງກັນໃຫ້ສົມເຫດສົມຜົນ, ຮັກສາສັນຕິພາບ, ສະຖຽນລະພາບລວມ. ສອງນາຍົກລັດຖະມົນຕີ ກໍ່ເຫັນດີເປັນເອກະສັນຊີ້ນຳສອງຝ່າຍສືບຕໍ່ຮ່ວມມື ແລະເສີມຂະຫຍາຍບັນດາກົນໄກເຈລະຈາກ່ຽວກັບການແບ່ງເຂດຊາຍແດນ ແລະການຮ່ວມມືທາງທະເລ; ພ້ອມກັບບັນດາປະເທດອາຊຽນ ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ DOC ຢ່າງຄົບຖ້ວນ, ມີປະສິດທິຜົນ ແລະສູ້ຊົນສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ COC ໃຫ້ແທດຈິງ, ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982).

ໂດຍ: ໄຊນີດາ