ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບປະທານຄະນະກຳມະການການຄ້າສາກົນ ຂອງລັດຖະສະພາເອີລົບ
ກປ.ອອນໄລ - ຕອນບ່າຍວັນທີ 9 ກັນຍາ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Bernd Lange ປະທານຄະນະກຳມະການການຄ້າສາກົນ (INTA) ຂອງລັດຖະສະພາເອີລົບ (EP).
ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈີ໊ງ ສະເໜີໃຫ້ຝ່າຍອີຢູ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດອີຢູ, ບັນດາປະເທດສະມາຊິກອີຢູ ປະຕິບັດສໍາເລັດການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA) ໂດຍໄວ ເພື່ອຊຸກຍູ້ການພົວພັນ ດ້ານເສດຖະກິດລະຫວ່າງສອງຝ່າຍ. ທ່ານ ຟ້າມມິງຈີ໊ງ ກໍ່ສະເໜີໃຫ້ອີຢູ ຍົກເລີກບັດເຫຼືອງ ແລະສືບຕໍ່ໜູນຊ່ວຍດ້ານເຕັກນິກໃຫ້ຫວຽດນາມ ປະຕິບັດມາດຕະການຕ້ານການຂຸດຄົ້ນສິນໃນນໍ້າຢ່າງຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກໍານົດ (IUU).
ທ່ານ ຟ້າມມິງຈີ໊ງ ສະເໜີໃຫ້ອີຢູ ເພີ່ມທະວີການຮ່ວມມືກັບຫວຽດນາມ ໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາແບບຍືນຍົງ, ການຫັນປ່ຽນສີຂຽວ, ພະລັງງານທົດແທນ.
    |
 |
ບັນຍາກາດ ທີ່ການຕ້ອນຮັບ. ພາບ: ເຢືອງຢາງ. |
ສ່ວນທ່ານ Bernd Lange ຢືນຢັນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນຂອງອີຢູ ຢູ່ພາກພື້ນ ແລະ EP ຍາມໃດກໍ່ສະໜັບສະໜູນ ເພີ່ມທະວີການຮ່ວມມືສອງຝ່າຍໃນທຸກຂົງເຂດ, ເປັນຕົ້ນແມ່ນໃນສະພາບການອີຢູ ພວມຜັນຂະຫຍາຍຫຼາຍນະໂຍບາຍ ມຸ່ງໄປເຖິງພາກພື້ນມະຫາສະໝຸດ ອິນເດຍ-ປາຊີຟິກ, ໃນນັ້ນມີຫວຽດນາມ.
ໂດຍ: ທູຈາງ