ຕ້ອນຮັບທ່ານ Iain Frew ເອກອັກຄະລັດຖະທູດລາຊະອານາຈັກອັງກິດ ແລະອຽກລັງເໜືອ, ທ່ານ ຫງວຽນຊວນຝຸກ ໃຫ້ຮູ້ວ່າ ປີ 2023, ສອງປະເທດຈະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ທ່ານປະທານປະເທດ ສະເໜີບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ, ທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງຂີດໝາຍສໍາຄັນນີ້, ພິເສດແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງ. ເຕື້ອງເຖິງສາຍພົວພັນສອງຝ່າຍທີ່ພວມຢູ່ໃນໄລຍະດີງາມທີ່ສຸດ, ທ່ານປະທານປະເທດ ປາດຖະໜາວ່າ ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະທ່າແຮງຂອງກັນ ກໍ່ຄືນໍາໃຊ້ບັນດາຄໍາໝັ້ນສັນຍາຂອງສັນຍາການຄ້າເສລີ ຫວຽດນາມ-ອັງກິດ (UKVFTA) ປະກອບສ່ວນຟື້ນຟູການເຕີບໂຕພາຍຫຼັງພະຍາດໂຄວິດ-19.

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຝຸກ ຕ້ອນຮັບທ່ານ Iain Frew ເອກອັກຄະລັດຖະທູດລາຊະອານາຈັກອັງກິດ ແລະອຽກລັງເໜືອ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Iain Frew ສະແດງຄວາມປາດຖະໜາວ່າ ການພົວພັນສອງປະເທດສືບຕໍ່ພັດທະນາກວ່າອີກ, ພ້ອມທັງສະເໜີບາງຂົງເຂດຮ່ວມມື, ກ່ອນອື່ນໝົດແມ່ນການຮ່ວມມືພັດທະນາເສດຖະກິດ-ສັງຄົມ, ຍ້ອນຫວຽດນາມ ພວມຢູ່ໃນໄລຍະພັດທະນາເສດຖະກິດຢ່າງມີປະສິດທິຜົນ, ອັງກິດ ມີຄວາມສາມາດບົ່ມຊ້ອນຫຼາຍເພື່ອລົງທຶນເຂົ້າຫວຽດນາມ ແລະ UKVFTA ແມ່ນກາລະໂອກາດເພື່ອຊຸກຍູ້ການຮ່ວມມືວິສາຫະກິດສອງປະເທດ.

*ຕ້ອນຮັບທ່ານນາງ Hilde Solbakken ເອກອັກຄະລັດຖະທູດນອກແວ ເຂົ້າຍື່ນສານຕາຕັ້ງ, ທ່ານ ຫງວຽນຊວນຝຸກ ເນັ້ນໜັກວ່າ ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ ໄດ້ຮັບການເພີ່ມທະວີ, ເຖິງຢ່າງໃດກໍ່ຕາມ ຄວາມສາມາດບົ່ມຊ້ອນຍັງໃຫຍ່ທີ່ສຸດ. ທ່ານປະທານປະເທດ ຫວັງວ່າ ທ່ານນາງເອກອັກຄະລັດຖະທູດຈະຕັ້ງໜ້າສົມທົບກັບຫວຽດນາມ ຈັດຕັ້ງບັນດາ ການເຄື່ອນໄຫວສົ່ງເສີມການຄ້າ ແລະການລົງທຶນເພື່ອແນໃສ່ສົ່ງເສີມບັນດາວິສາຫະກິດນອກແວ ລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ, ເປັນຕົ້ນແມ່ນໃນບັນດາຂົງເຂດ ຄື ການເຕີບໂຕສີຂຽວ, ພະລັງງານສະອາດ, ພະລັງງານທົດແທນ, ເສດຖະກິດທະເລ...

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຝຸກ ຕ້ອນຮັບທ່ານນາງ Hilde Solbakken ເອກອັກຄະລັດຖະທູດນອກແວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາງ Hilde Solbakken ຕີລາຄາສູງຄໍາໝັ້ນສັນຍາຂອງຫວຽດນາມ ທີ່ COP26 ຜ່ານມາ, ທ່ານນາງ ໃຫ້ຮູ້ວ່າ ຈະປະກອບຊຸກຍູ້ການຮ່ວມມືລະຫວ່າງ ນອກແວ-ຫວຽດນາມ ໃນບັນດາຂົງເຂດທີ່ນອກແວ ມີທ່າແຮງຄື ການເຕີບໂຕເສດຖະກິດສີຂຽວ, ພະລັງງານທົດແທນ, ການພັດທະນາແບບຍືນຍົງ...

*ຕ້ອນຮັບທ່ານ Nicolai Prytz ເອກອັກຄະລັດຖະທູດເດນມາກ ເຂົ້າຍື່ນສານຕາຕັ້ງ, ທ່ານ ຫງວຽນຊວນຟຸກ ຊົມເຊີຍເລື່ອງສອງຝ່າຍຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ ແລະການຮ່ວມມືຕັ້ງໜ້າທີ່ບັນດາເວທີປາໄສໃນພາກພື້ນ ແລະສາກົນ.

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຝຸກ ຕ້ອນຮັບທ່ານ Nicolai Prytz ເອກອັກຄະລັດຖະທູດເດນມາກ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Nicolai Prytz ໃຫ້ຮູ້ວ່າ ສອງປະເທດມີການພົວພັນອັນດີງາມໃນກວ່າ 50 ປີຜ່ານມາ ແລະໄດ້ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດຄື ກະສິກໍາ, ພະລັງງານ ແລະມໍ່ໆມານີ້ແມ່ນການລົງທຶນຂອງເດນມາກ ເຂົ້າຫວຽດນາມ ໄດ້ຮັບການຍູ້ແຮງ. ເດນມາກ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ, ກາຍເປັນຄູ່ຮ່ວມມືສີຂຽວຂອງຫວຽດນາມ.

*ຊົມເຊີຍທ່ານ Hynek Kmonicek ເອກອັກຄະລັດຖະທູດເຊັກ ມາຮັບໜ້າທີ່ການທູດຢູ່ຫວຽດນາມ, ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານທີ່ອັນດີງາມກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນ ເຊັກ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດຂອງຫວຽດນາມ. ທ່ານ ຫງວຽນຊວນຝຸກ ສະເໜີໃຫ້ ເຊັກ ໃນຖານະເປັນປະທານສະພາອີຢູ ໃນເຄິ່ງທ້າຍປີ 2022 ຈະຊຸກຍູ້ບັນດາປະເທດອີຢູອື່ນໆ ອະນຸມັດ່ຜ່ານສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ ເຊິ່ງ ເຊັກ ແມ່ນໜຶ່ງໃນບັນດາປະເທດອີຢູ ທໍາອິດຮັບຮອງເອົາ. ທ່ານປະທານປະເທດ ຫວັງວ່າ ຝ່າຍເຊັກ ສືບຕໍ່ສ້າງຄວາມສະດວກກວ່າອີກໃຫ້ປະຊາຄົມຊາວຫວຽດນາມ, ຜ່ານນັ້ນຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືສອງປະເທດໃນຫຼາຍຂົງເຂດ.

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຝຸກ ຕ້ອນຮັບ Hynek Kmonicek ເອກອັກຄະລັດຖະທູດເຊັກ ເຂົ້າຍືນສານຕາຕັ້ງ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Hynek Kmonicek ຖືວ່າ ດ້ວຍຂອບຂະໜາດການຮ່ວມມືລະຫວ່າງວິສາຫະກິດສອງປະເທດ, ການພົບປະແລກປ່ຽນປະຊາຊົນໄດ້ຮັບການຍູ້ແຮງ, ຕ້ອງການເປີດສາຍການບິນໂດຍກົງ. ທ່ານເອກອັກຄະລັດຖະທູດກໍ່ປາດຖະໜາຢາກມີເຄື່ອງໝາຍການຄ້າລົດຂອງເຊັກ ຢູ່ຫວຽດນາມ ເມື່ອບໍລິສັດລົດໂອໂຕ SKODA ໄດ້ຮັບການສ້າງຕັ້ງການຮ່ວມທຸລະກິດຜະລິດລົດໂອໂຕຢູ່ແຂວງກວາງນິງ, ພ້ອມທັງປາດຖະໜາຢາກຜັນຂະຫຍາຍສູນເຊັກ ຢູ່ຮ່າໂນ້ຍ ແນໃສ່ຊຸກຍູ້ການພົບປະແລກປ່ຽນວັດທະນະທໍາຂອງປະຊາຊົນສອງປະເທດ.

ໂດຍ: ຈາງຫງວຽນ