ກ່າວຄໍາເຫັນທີ່ພິທີ, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ ໃນສະພາບການບັນດາບໍລິເວນເຄື່ອນໄຫວຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ, ກະຊວງຕໍາຫຼວດຄວນສົມທົບກັບກະຊວງປ້ອງກັນປະເທດຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພສູງສຸດໃຫ້ພະນັກງານ, ນາຍຕໍາຫຼວດປະຕິບັດໜ້າທີ່. ບັນດານາຍຕໍາຫຼວດປະຊາຊົນທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຄັ້ງທໍາອິດຄວນສືບທອດມູນເຊື້ອ, ບັນດາຜົນງານຂອງກໍາລັງຮັກສາສັນຕິພາບຫວຽດນາມ ເພື່ອເສີມຂະຫຍາຍຄຸນນະທາດ, ພູມປັນຍາ, ກໍາລັງຄວາມສາມາດໃນການປະຕິບັດໜ້າທີ່ທີ່ໄດ້ມອບໝາຍໃຫ້, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ສປຊ. ກະຊວງຕໍາຫຼວດຄວນເພີ່ມທະວີສົມທົບກັບກະຊວງປ້ອງກັນປະເທດຢ່າງແໜ້ນແຟ້ນ, ມີປະສິດທິຜົນເພື່ອຊຸກຍູ້ການຮ່ວມມືກັບ ສປຊ, ບັນດາປະເທດ, ຄູ່ຮ່ວມມືສາກົນເພື່ອຍົກສູງຄຸນນະພາບວຽກງານກະກຽມກໍາລັງ, ກໍ່ສ້າງ, ຝຶກອົບຮົມ ກໍ່ຄືກໍາລັງຄວາມສາມາດດ້ານວິຊາສະເພາະ, ວິຊາການຮັກສາສັນຕິພາບ ແລະລະດັບພາສາຕ່າງປະເທດ, ທັກສະດໍາລົງຄົງຕົວເພື່ອກຽມພ້ອມເຂົ້າຮ່ວມປະຕິບັດໜ້າທີ່.

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ ແລະທ່ານລັດຖະມົນຕີກະຊວງຕໍາຫຼວດ ໂຕເລິມ ມອບຂໍ້ຕົກລົງໃຫ້ນາຍຕໍາຫຼວດປະຊາຊົນເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ.

ກໍ່ທີ່ພິທີ, ທ່ານນາງ  Pauline Tamesis ຜູ້ປະສານງານຂອງສະຫະປະຊາຊາດ ປະຈໍາ ສສ ຫວຽດນາມ ໄດ້ກ່າວຄໍາເຫັນຕີລາຄາສູງຄໍາໝັ້ນສັນຍາຂອງຫວຽດນາມ ໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ຊົມເຊີຍເລື່ອງຫວຽດນາມ ຈັດສົ່ງນາຍຕໍາຫຼວດເຂົ້າຮ່ວມການເຄື່ອນໄຫວດັ່ງກ່າວ ຄັ້ງທໍາອິດ, ນີ້ແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນຄໍາໝັ້ນສັນຍາຂອງຫວຽດນາມ ໃນການສືບຕໍ່ປະກອບສ່ວນຕັ້ງໜ້າ ແລະຍາວນານໃຫ້ພາລະກໍາລວມ. ທ່ານນາງ Pauline Tamesis ກໍ່ຄີລາຄາສູງເລື່ອງຫວຽດນາມ ມີອັດຕາສ່ວນທະຫານຍິງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສູງ, ຫຼາຍກວ່າຕົວເລກທີ່ ສປຊ ຄອງຄອຍ.

ໂດຍ: ຈາງຫງວຽນ