ທີ່ການຕ້ອນຮັບ, ສະຫາຍ ອະນຸພາບ ຕຸນາລົມ ສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນການຮ່ວມມືລະຫວ່າງສອງພັກ, ສອງລັດ ທີ່ນັບມື້ນັບແໜ້ນແຟ້ນ, ພັດທະນາໃນທຸກຂົງເຂດ, ເຖິງວ່າສະພາບການພາກພື້ນ, ສາກົນມີການຜັນແປຢ່າງສັບສົນ ແລະແຕ່ລະປະເທດລ້ວນແຕ່ມີຄວາມຫຍຸ້ງຍາກຕ້ອງຜ່ານຜ່າ. ສະຫາຍ ອະນຸພາບ ຕຸນາລົມ ຢັ້ງຢືນວ່າ ລາວ ຈະພ້ອມກັບຫວຽດນາມ ຮັກສາ, ເພີ່ມພູນຄູນສ້າງ, ເສີມຂະຫຍາຍ ແລະສືບທອດສາຍພົວພັນສາມັກຄີແບບພິເສດນີ້ໃຫ້ຄົນລຸ້ນຫຼັງ.

leftcenterrightdel
ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບສະຫາຍ ອະນຸພາບ ຕຸນາລົມ, ເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ. ພາບ: ສຳນັກຂ່າວສານຫວຽດນາມ.

ສ່ວນສະຫາຍ ຫງວຽນຝູຈ້ອງ ຕີລາຄາສູງຕໍ່ຄວາມໝາຍຂອງການຢ້ຽມຢາມໃນປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2022 ແລະເລື່ອງສອງຝ່າຍຫາກໍ່ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ-ລາວ ຢູ່ນະຄອນຫຼວງຂອງສອງປະເທດປະສົບຜົນສໍາເລັດ.

ສະຫາຍ ຫງວຽນຝູຈ້ອງ ຕີລາຄາສູງຕໍ່ໝາກຜົນການຮ່ວມມືນັບມື້ນັບມີປະສິດທິຜົນລະຫວ່າງສອງນະຄອນຫຼວງ; ໃນນັ້ນມີການແລກປ່ຽນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການໜູນຊ່ວຍກໍ່ສ້າງພື້ນຖານໂຄງລ່າງ, ຊ່ວຍກໍ່ສ້າງຊັບພະຍາກອນມະນຸດ, ແບ່ງປັນ, ຊ່ວຍເຫຼືອໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງທັນການ; ພ້ອມທັງປາດຖະໜາວ່າ ນະຄອນຫຼວງວຽງຈັນ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນ, ຮ່ວມມືກັບນະຄອນຫຼວງຮ່າໂນ້ຍ ແລະບັນດາແຂວງ, ນະຄອນຂອງຫວຽດນາມ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນຢ່າງຮອບດ້ານໃນທຸກຂົງເຂດ ແລະສອງນະຄອນຫຼວງ ຄວນແຂ່ງຂັນພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຂອງແຕ່ລະພັກຢ່າງມີໄຊ.

ໂດຍ: ເຈິ່ນຮວ່ຽນ