ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 1 ເມສາ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບທ່ານ Choi Young Sam, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ, ເພື່ອແລກປ່ຽນມາດຕະການເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກໍ່ຄືການຮ່ວມມືເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານລະຫວ່າງສອງປະເທດ.
ທີ່ການພົບປະ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງຄວາມມານະພະຍາຍາມ ແລະການປະກອບສ່ວນທີ່ຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ໃນການສົມທົບກັນຊຸກຍູ້ການພົວພັນສອງປະເທດພັດທະນາຢ່າງແທດຈິງ, ມີປະສິດທິຜົນໃນຫຼາຍຂົງເຂດ.
ທ່ານນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນ ຫວຽດນາມ - ສ.ເກົາຫຼີ ປະຈຸບັນໃນໄລຍະການພັດທະນາຢ່າງຈົບງາມດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ພິເສດແມ່ນຫຼັງຈາກບັນດາການຢ້ຽມຢາມຂັ້ນສູງໃນປີ 2025 ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານ ເລືອງເກື່ອງ ປະທານປະເທດ ແລະທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Choi Young Sam, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່ຽວກັບການກໍານົດທິດການພັດທະນາຂອງຫວຽດນາມ ຫຼັງຈາກກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ສູ້ຊົນບັນລຸຄວາມໄຫວການເຕີບໂຕຂອງ GDP ສະເລ່ຍ 10% ຕໍ່ປີ ຫຼື ຫຼາຍກວ່າໃນໄລຍະ 2026-2030.
ເພື່ອຫັນເປົ້າໝາຍກາຍເປັນປະເທດທີ່ພັດທະນາ, ມີລາຍຮັບສູງໃນປີ 2045 ໃຫ້ປະກົດຜົນເປັນຈິງ, ຫວຽດນາມ ສຸມໃສ່ການແກ້ໄຂຂໍ້ຕິດຄັດທາງດ້ານກົດບັນຢັດ, ການພັດທະນາເສດຖະກິດເອກະຊົນ ແລະການກຳນົດບຸກທະລຸກ່ຽວກັບວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນດີຈີຕອນ.
ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ໄດ້ເຫັນດີເປັນເອກະພາບສູງຕໍ່ຂໍ້ສະເໜີຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ; ໃຫ້ຄຳໝັ້ນສັນຍາວ່າຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອສົມທົບກັນກັບບັນດາກະຊວງ, ຂະແໜງຂອງຫວຽດນາມ ຜັນຂະຫຍາຍຂໍ້ຕົກລົງຂອງການນໍາຂັ້ນສູງຢ່າງມີປະສິດທິຜົນ.
ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຈະແລກປ່ຽນຢ່າງຕັ້ງໜ້າກັບລັດຖະບານ ແລະບັນດາກຸ່ມບໍລິສັດພະລັງງານ ສ.ເກົາຫຼີ ເພື່ອເພີ່ມທະວີການຮ່ວມມືກັບຫວຽດນາມ ກ່ຽວກັບບັນດາບັນຫາຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ພ້ອມທັງຢືນຢັນວ່າ ຈະສືບຕໍ່ເປັນຂົວຕໍ່ເພື່ອຊຸກຍູ້ສາຍພົວພັນລະຫວ່າງສອງປະເທດນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນກວ່າອີກ.
ໂດຍ: ຈາງຫງວຽນ