ຫວຽດນາມ ໃຫ້ຄຳໝັ້ນສັນຍາກະທຳເພື່ອຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ
ກປ.ອອນໄລ - ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ເລື່ອງ “ທຳລາຍຮົ້ວກີດຂວາງ” ບໍ່ພຽງແຕ່ສະແດງຢູ່ໃຫ້ເຫັນບັນດາຜົນສຳເລັດທີ່ພົ້ນເດັ່ນ ມີລັກສະນະເປັນສັນຍາລັກເທົ່ານັ້ນ, ຫາກຍັງສຳຄັນກວ່ານັ້ນແມ່ນຮັບປະກັນສ້າງຄວາມສະເໝີພາບໃຫ້ແກ່ແມ່ຍິງ ແລະເດັກຍິງໃນທຸກກໍລະນີ.
ວັນທີ 31 ມີນາ (ຕາມເວລາທ້ອງຖິ່ນ), ທີ່ສຳນັກງານ ສປຊ ຢູ່ນິວຢອກ (ອາເມລິກາ), ຄະນະຜູ້ຕາງໜ້າ ຫວຽດນາມ ພ້ອມກັບບັນດາຄະນະຜູ້ຕາງໜ້າ ຊູແອັດ, ອຸຣຸກວາຍ, ອົງການ RISE ແລະຂໍ້ລິເລີ່ມ Spotlight ໄດ້ສົມທົບກັນຈັດເຫດການ “ແມ່ຍິງ ເອົາຊະນະຮົ້ວກີດຂວາງ”, ສ້າງຂີດໝາຍສິ້ນສຸດ “ເດືອນແມ່ຍິງ” ຢູ່ສປຊ.
    |
 |
|
ທ່ານເອກອັກຄະລັດຖະທູດ ໂດຮຸງວຽດ - ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳເຫັນທີ່ເຫດການ, ທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ ເນັ້ນໜັກວ່າເຖິງວ່າມີຄວາມກ້າວໜ້າຫຼາຍຢ່າງ, ແຕ່ບໍ່ມີປະເທດໃດບັນລຸໄດ້ຄວາມສະເໝີພາບລະຫວ່າງຍິງຊາຍຢ່າງສົມບູນ, ການໃຊ້ຄວາມຮຸນແຮງທາງເພດຍັງແມ່ນໜຶ່ງໃນບັນດາຮົ້ວກີດຂວາງໃຫຍ່ທີ່ສຸດ, ສົ່ງຜົນສະທ້ອນໂດຍກົງຕໍ່ສຸຂະພາບ, ການສຶກສາ ແລະກາລະໂອກາດພັດທະນາຂອງແມ່ຍິງ ແລະເດັກຍິງ.
ໂດຍແມ່ນໜຶ່ງໃນບັນດານັກປະຖະກະຖາຢູ່ເຫດການ, ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ເລື່ອງ “ທຳລາຍຮົ້ວກີດຂວາງ” ບໍ່ພຽງແຕ່ສະແດງຢູ່ໃຫ້ເຫັນບັນດາຜົນສຳເລັດທີ່ພົ້ນເດັ່ນມີລັກສະນະເປັນສັນຍາລັກເທົ່ານັ້ນ, ຫາກຍັງສຳຄັນກວ່ານັ້ນແມ່ນຮັບປະກັນກາລະໂອກາດສ້າງຄວາມສະເໝີພາບໃຫ້ແກ່ແມ່ຍິງ ແລະ ເດັກຍິງໃນທຸກກໍລະນີ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າແມ່ຍິງ ຫວຽດນາມ ຍາມໃດກໍ່ແມ່ນກຳລັງຫຼັກແຫຼ່ງ, ນຳໜ້າ, ນັບແຕ່ພາລະກິດແຫ່ງການປົກປັກຮັກສາປະເທດຊາດ ຕະຫຼອດຮອດການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ, ພ້ອມທັງແບ່ງປັນບັນດາຜົນສຳເລັດທີ່ພົ້ນເດັ່ນຂອງ ຫວຽດນາມ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການປົກປ້ອງ, ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກການໃຊ້ຄວາມຮຸນແຮງທາງເພດ.
ໂດຍ: ກວຽດເຕິມ