ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍອາລົມຈິດອັນດີງາມທີ່ສະຫງວນໃຫ້ຫວຽດນາມ ແລະປະສົບການໃນວຽກງານການທູດ, ທ່ານເອກອັກຄະລັດຖະທູດ ຈະມີການປະກອບສ່ວນສຳຄັນຫຼາຍຢ່າງ, ຊຸກຍູ້ການພົວພັນລະຫວ່າງຫວຽດນາມ ກັບລັດເຊຍ ຢ່າງແຮງກວ່າອີກ.

leftcenterrightdel
ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Gennady Bezdetko ເອກອັກຄະລັດຖະທູດລັດເຊຍ.  ພາບ: ຢຸຍລີງ

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ ປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈຳ ແລະເຄົາລົບການຊ່ວຍເຫຼືອອັນລ້ຳຄ່າເຊິ່ງ ໂຊວຽດ ໃນເມື່ອກ່ອນ ແລະລັດເຊຍ  ໃນປະຈຸບັນໄດ້ສະຫງວນໃຫ້ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະທ້ອນໂຮມປະເທດຊາດເປັນເອກະພາບ ກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ; ທ່ານ ເວືອງດິ່ງເຫ້ວ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານກັບສະຫະພັນລັດເຊຍ, ປາດຖະໜາຢາກເພີ່ມທະວີການຮ່ວມມືກັບສະຫະພັນລັດເຊຍ ໃນທຸກຂົງເຂດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ທ່ານປະທານສະພາແຫ່ງຊາດ ແລະທ່ານເອກອັກຄະລັດຖະທູດ Gennady Bezdetko ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດໃນໄລຍະຜ່ານມາໄດ້ຮັບການພັດທະນາຢ່າງດີງາມ; ຢັ້ງຢືນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ສະພາແຫ່ງຊາດຫວຽດນາມ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບ Duma ແຫ່ງຊາດລັດເຊຍ,  ປະກອບສ່ວນປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດກວ່າອີກ.

ທ່ານປະທານສະພາແຫ່ງຊາດ ແລະທ່ານເອກອັກຄະລັດຖະທູດ Gennady Bezdetko ລ້ວນແຕ່ຕີລາຄາສູງຕໍ່ເລື່ອງສອງຝ່າຍຕັ້ງໜ້າຜັນຂະຫຍາຍຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມແລ້ວ, ຮັກສາການແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນ, ປະສົບການໃນຂົງເຂດເຄື່ອນໄຫວລັດຖະສະພາ, ສົມທົບກັນປຶກສາຫາລື, ສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາກົນໄກລັດຖະສະພາຫຼາຍຝ່າຍ.

ໂດຍ: ທະນາພອນ