ກ່າວຄໍາເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຊີ້ແຈ້ງວ່າ ກວ໋າງນາມ ແມ່ນໜຶ່ງໃນບັນດາແຂວງທີ່ມີຈໍານວນຜູ້ມີຄຸນງາມຄວາມດີຫຼາຍທີ່ສຸດໃນທົ່ວປະເທດ. ໃນໄລຍະຜ່ານມາ, ກວ໋າງນາມ ປະຕິບັດວຽກງານຕອບບຸນແທນຄຸນໄດ້ເປັນຢ່າງດີ; ລົງທຶນຍົກລະດັບ, ສ້ອມແປງຂຸມຝັງສົບ, ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ໄລຍະ 2021-2025; ຊີ້ນໍາວຽກງານຈັດຕັ້ງການສໍາຫຼວດຊອກຄົ້ນ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ເປັນຢ່າງດີ... ພ້ອມທັງຮັບຮູ້ ແລະຍ້ອງຍໍຊົມເຊີຍທຸກຂັ້ນ, ທຸກຂະແໜງການ, ໝູ່ຄະນະ, ບຸກຄົນທີ່ໄດ້ເຮັດວຽກງານຫຼາຍຢ່າງດ້ວຍຄວາມເມດຕາຈິດ ຄື ເບິ່ງແຍງລ້ຽງດູແມ່ຫວຽດນາມວິລະຊົນ, ເບິ່ງແຍງດູແລທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະຕັ້ງໜ້າເຂົ້າຮ່ວມຂະບວນການ “ຕອບບຸນແທນຄຸນ” ຂອງທ້ອງຖິ່ນ.
    |
 |
ປະທານສະພາແຫ່ງຊາດ ແລະຜູ້ມີຄຸນງາມຄວາມດີທີ່ດີເດັ່ນແຂວງກວ໋າງນາມ. ພາບ: ຈ໊ຽນຖັ໊ງ. |
ໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ມອບປ້າຍສັນຍາລັກເງິນ 1 ຕື້ດົ່ງ ໂດຍຄະນະພັກກຸ່ມບັນດາອົງການຂັ້ນສູງກາງ ໜູນຊ່ວຍກໍ່ສ້າງເຮືອນຢູ່ໃຫ້ແກ່ຜູ້ມີຄຸນງາມຄວາມດີໃນບໍລິເວນແຂວງກວ໋າງນາມ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ທ່ານ ຫງວຽນຈ້ອງເຫງັຍ ຫົວໜ້າຄະນະໂຄສະນາສຶກສາສູນກາງ ແລະບັນດາສະຫາຍການນໍາ ໄດ້ມອບຂອງຂວັນຈໍານວນ 75 ພູດໃຫ້ຜູ້ແທນທີ່ມີຄຸນງາມຄວາມດີຕໍ່ການປະຕິວັດທີ່ດີເດັ່ນຂອງແຂວງກວ໋າງນາມ ຈໍານວນ75 ຄົນ.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 27 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະປະຕິບັດງານຂັ້ນສູນກາງ ໄດ້ເຮັດວຽກກັບຄະນະປະຈໍາພັກແຂວງກວ໋າງນາມ.
    |
 |
ປະທານສະພາແຫ່ງຊາດ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ຈ໊ຽນຖັ໊ງ. |
ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຊົມເຊີຍບັນດາໝາກຜົນ, ຜົນງານ ເຊິ່ງ ກວ໋າງນາມ ບັນລຸໄດ້. ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ສະແດງຄວາມ ປາດຖະໜາວ່າ ກວ໋າງນາມ ຈະກາຍເປັນແບບຢ່າງກ່ຽວກັບການພັດທະນາການທ່ອງທ່ຽວ ແລະການຟື້ນຟູການທ່ອງທ່ຽວຫຼັງໂຄວິດ-19. ຢາກເຮັດໄດ້ຄືແນວນັ້ນ, ກວ໋າງນາມ ຕ້ອງປັບປຸງສະພາບແວດລ້ອມ, ໂຄງລ່າງການທ່ອງທ່ຽວ. ພິເສດແມ່ນຕ້ອງມີຜະລິດຕະພັນການທ່ອງທ່ຽວທີ່ມີລັກສະນະບຸກທະລຸ, ທາບທາມວິທີເຮັດການທ່ອງທ່ຽວຈາກສູນທ່ອງທ່ຽວໃຫຍ່ໃນໂລກ, ຫັນປ່ຽນຈິນຕະນາການນໍາການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມຂອງແຂວງ.
ຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ໄປຖະຫວາຍທູບທຽນ, ດອກໄມ້ອາໄລຫາ, ສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງກວ໋າງນາມ; ຖະຫວາຍທູບທຽນ, ດອກໄມ້ ແລະປູກຕົ້ນໄມ້ທີ່ລະນຶກຢູ່ເຂດອະນຸສາວະລີແມ່ຫວຽດນາມວິລະຊົນ ຢູ່ບ້ານຝູແທ້ງ, ຕາແສງຕາມຝູ, ນະຄອນຕາມກີ່, ແຂວງກວ໋າງນາມ.
ຕອນບ່າຍວັນທີ 27 ກໍລະກົດ, ປະທານສະພາແຫ່ງຊາດ ແລະຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນແຂວງກວ໋າງນາມ.
ໂດຍ: ກວຽດເຕິມ