ເຂົ້າຮ່ວມຄະນະປະຕິບັດງານ ມີທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ຜູ້ຕາງໜ້າການນໍາບັນດາອົງການຂັ້ນສູນກາງ, ກະຊວງປ້ອງກັນປະເທດ, ກອງບັນຊາການທະຫານເຂດ 2, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ ແລະກອງບັນຊາການທະຫານແຂວງຮ່າຢາງ.

leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແລະທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຄະນະໄວ້ອາໄລຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ວິຊວຽນ. ພາບ: ຝູເຊີນ.

ພາຍຫຼັງພິທີຖະຫວາຍດອກໄມ້, ທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ຄະນະປະຕິບັດງານ ໄດ້ໄປຖະຫວາຍທູບທຽນຢູ່ອະນຸສອນສະຖານ ປະທານໂຮ່ຈີມິນ ໃນຂອບເຂດບໍລິເວນສຸສານ. ໃນວັນດຽວກັນ, ຄະນະປະຕິບັດງານ ໄດ້ໄປຖະຫວາຍດອກໄມ້, ທູບທຽນສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ຈຸດສູງ 468, ບ້ານນໍ້າງັດ, ຕາແສງແທັງຖຸຍ (ເມືອງວິຊວຽນ); ຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ຢູ່ນະຄອນຮ່າຢາງ.

leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແລະທ່ານພົນເອກ ຟານວັນຢາງ ແລະບັນດາຜູ້ແທນຢ້ຽມຢາມຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນນະຄອນຮ່າຢາງ, ແຂວງຮ່າຢາງ.  ພາບ: ຝູເຊີນ.

ໂອກາດນີ້, ຄະນະປະຕິບັດງານຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນເອກ ຟານວັນຢາງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາສະຫາຍອະດີດການນໍາທະຫານເຂດ 2: ພົນຈັດຕະວາ ຮວ່າງວັນຕວ໊າຍ, ອະດີດຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານເຂດ 2; ພົນຈັດຕະວາ ຊຸ່ງທິ່ນກໍ່, ອະດີດຮອງຜູ້ບັນຊາການທະຫານເຂດ 2.

ທ່ານພົນເອກ ຟານວັນຢາງ  ອວຍພອນ, ຢື້ຢາມຖາມຂ່າວກ່ຽວກັບສຸຂະພາບຂອງບັນດາສະຫາຍ; ພ້ອມທັງແຈ້ງໃຫ້ຊາບບາງໝາກຜົນການປະຕິບັດໜ້າທີ່ຂອງກອງທັບ ໃນໄລຍະຜ່ານມາ. ທ່ານພົນເອກ ຟານວັນຢາງ ຫວັງວ່າ ບັນດາສະຫາຍອະດີດການນໍາທະຫານເຂດ 2 ຈະສືບຕໍ່ຮັກສາ ແລະເສີມຂະຫຍາຍຄຸນທາດທະຫານລຸງໂຮ່; ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ຮຸ່ນລູກຮຸ່ນຫຼານ ແລະປະຊາຊົນໃນບໍລິເວນປະຕິບັດຕາມ; ຕັ້ງໜ້າອຸທິດ, ປະກອບເຫື່ອແຮງ, ສະຕິປັນຍາ,  ຕັ້ງໜ້າເປັນເສນາທິການ, ໜູນຊ່ວຍຄະນະພັກ, ອໍານາດການປົກຄອງ ແລະບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຢູ່ທ້ອງຖິ່ນ ປະຕິບັດບັນດາໂຄງການ, ເປົ້າໝາຍພັດທະນາເສດຖະກິດ, ການເມືອງ, ວັດທະນະທໍາ, ສັງຄົມ ແລະລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢູ່ທ້ອນຖິ່ນ ຢ່າງມີໄຊ.

ໂດຍ: ໄຊຊະນະ