ປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະເຈລະຈາກັບທ່ານປະທານສະພາສູງອັງກິດ
ກປ.ອອນໄລ - ຕອນເຊົ້າວັນທີ 29 ມິຖຸນາ, ທີ່ສຳນັກງານສະພາແຫ່ງຊາດອັງກິດ, ນະຄອນຫຼວງລອນດອນ, ພາຍຫຼັງການພົບປະເຈລະຈາກັບທ່ານປະທານສະພາຕ່ຳ Lindsay Hoyle, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ໄດ້ພົບປະເຈລະຈາກັບທ່ານປະທານສະພາສູງອັງກິດ John Mcfall.
ສອງຝ່າຍເຫັນດີເປັນເອກະພາບຮັກສາການເຈລະຈາ, ແລກປ່ຽນຄະນະຜູ້ແທນ ແລະພົບປະຂັ້ນສູງ ແລະທຸກຂັ້ນ, ໃນນັ້ນພິເສດແມ່ນສະພາແຫ່ງຊາດ-ລັດຖະສະພາສອງປະເທດຕ້ອງເສີມຂະຫຍາຍບົດບາດຂອງຕົນຢ່າງສຸດຂີດ, ສະໜັບສະໜູນການຜັນຂະຫຍາຍການເຄື່ອນໄຫວ, ມາດຕະການທີ່ມີຜົນປະໂຫຍດໃຫ້ທັງສອງຝ່າຍ, ໃຫ້ປະຊາຊົນສອງປະເທດ.
    |
 |
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ພົບປະເຈລະຈາກັບທ່ານປະທານສະພາສູງອັງກິດ John Mcfall. ພາບ: ສຳນັກຂ່າວສານຫວຽດນາມ. |
ທີ່ການພົບປະເຈລະຈາ, ການນຳສອງທ່ານໄດ້ສະຫງວນເວລາຫຼາຍເພື່ອແລກປ່ຽນກ່ຽວກັບການຜັນຂະຫຍາຍໝາກຜົນຂອງ COP26. ທ່ານປະທານສະພາສູງ John Mcfall ຕີລາຄາສູງຕໍ່ເລື່ອງຫວຽດນາມ ເຂົ້າຮ່ວມຄໍາໝັ້ນສັນຍາສາກົນກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ຫຼຸດຜ່ອນການປ່ອຍອາຍພິດ ແລະຢັ້ງຢືນວ່າ ອັງກິດ ຈະເຂົ້າຮ່ວມເພື່ອໜູນຊ່ວຍຫວຽດນາມ.
ທ່ານ ເວືອງດິ່ງເຫວ້ ຊີ້ແຈ້ງວ່າ ສະພາແຫ່ງຊາດຫວຽດນາມ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບສະພາສູງອັງກິດ ເພື່ອໃຫ້ການພົວພັນຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດຂອງສອງປະເທດກາຍເປັນເສົາຄ້ຳສຳຄັນໃນການພົວພັນສອງປະເທດ, ໜູນຊ່ວຍ ແລະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດ ຂຶ້ນສູ່ລະດັບສູງໃໝ່; ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການພົບປະແລກປ່ຽນປະຊາຊົນ, ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດ, ການຮ່ວມມື, ແບ່ງປັນບົດຮຽນປະກາດໃຊ້ນະໂຍບາຍຟື້ນຟູເສດຖະກິດຫຼັງໂລກລະບາດ, ການເຕີບໂຕຂຽວ, ຍືນຍົງ; ສົມທົບກັນໃນບັນຫາສາກົນ.
ໂດຍ: ແສງເດືອນ