leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ຢ້ຽມຢາມສະຖານທູດຫວຽດນາມ ແລະພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ ຮຸງກາຣີ. ພາບ: ສໍານັກຂ່າວສານຫວຽດນາມ.

ຫວນຄືນບັນດາໝາກຜົນພົ້ນເດັ່ນໃນການພົວພັນຫວຽດນາມ-ຮຸງກາຣີ ໃນໄລຍະຜ່ານມາ, ທ່ານ ເວືອງດິ່ງເຫວ້ ເນັ້ນໜັກວ່າ ໃນຜົນງານລວມນັ້ນມີການປະກອບສ່ວນສຳຄັນຂອງພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳ ຮຸງກາຣີ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ ຮຸງກາຣີ ເປັນຂົວຕໍ່ມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ. ທ່ານ ເວືອງດິ່ງເຫວ້ ຖືວ່າ ເງື່ອນໄຂເພື່ອເປີດກວ້າງ ແລະຊຸກຍູ້ການພົວພັນສອງຝ່າຍ, ເປັນຕົ້ນແມ່ນການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ... ລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່.

ທ່ານ ເວືອງດິ່ງເຫວ້ ເນັ້ນໜັກວ່າ “ເຖິງວ່າມີສະມາຊິກພຽງປະມານ 6.000 ຄົນເທົ່ານັ້ນ, ແຕ່ປະຊາຄົມຊາວຫວຽດນາມ ອາໄສຢູ່ ຮຸງກາຣີ ຍາມໃດກໍ່ສາມັກຄີ, ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະກັນ, ເປັນຂະບວນການຢ່າງຟົດຟື້ນ. ສະມາຄົມໃດກໍ່ດີ, ຄື: ສະມາຄົມຊາວຫວຽດນາມ, ປັນຍາຊົນ, ນັກສຶກສາ. ປະຊາຄົມຊາວຫວຽດນາມ ເຊື່ອມໂຍງເຂົ້າກັບປະເທດປະຈໍາຖິ່ນນັບມື້ນັບປະສົບຜົນສໍາເລັດ. ພໍ່ແມ່ປະຊາຊົນຍາມໃດກໍ່ອວ່າຍເມືອຫາບ້ານເກີດເມືອງນອນ, ປະເທດໃນໄລຍະທີ່ຫຍຸ້ງຍາກທີ່ສຸດ. ພິເສດແມ່ນໃນໄລຍະພະຍາດໂຄວິດ-19 ຜ່ານມາ, ພໍ່ແມ່ປະຊາຊົນໄດ້ປະກອບສ່ວນທັງດ້ານວັດຖຸ ແລະຈິດໃຈເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ພາຍໃນປະເທດ”.

ທ່ານ ເວືອງດິ່ງເຫວ້ ຢັ້ງຢືນວ່າ ພັກ ແລະລັດ ຍາມໃດກໍ່ເອົາໃຈໃສ່ ແລະຖືປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກໄດ້, ແມ່ນແຫຼ່ງກໍາລັງຂອງປະຊາຄົມຊົນເຜົ່າ ແລະແມ່ນປັດໄຈສຳຄັນປະກອບສ່ວນເພີ່ມທະວີການພົວພັນຮ່ວມມື, ມິດຕະພາບລະຫວ່າງຫວຽດນາມ ກັບປະເທດຕ່າງໆ.

ໂດຍ: ເຈິ່ນຮວ່ຽນ