leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ດໍາເນີນ 3 ວາລະປຶກສາຫາລື ແລະແລກປ່ຽນກ່ຽວກັບ: “ການເຕີບໂຕສີຂຽວ”, “ພະລັງງານທົດແທນ ຢູ່ຫວຽດນາມ ແລະເຢຍລະມັນ” ແລະ “ກະສິກໍາສີຂຽວ”. ບັນດາຜູ້ແທນສອງຝ່າຍໄດ້ປຶກສາຫາລື ແລະແລກປ່ຽນຄໍາເຫັນກ່ຽວກັບບັນດາບັນຫາທິດສະດີ ແລະພຶດຕິກຳຕົວຈິງຂອງສອງພັກ, ສອງລັດ, ໃນນັ້ນພົ້ນເດັ່ນແມ່ນຍຸດທະສາດຫັນປ່ຽນພະລັງງານທົດແທນຂອງຫວຽດນາມ ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງດ້ານພະລັງງານຂອງຊາດ, ຫັນຄໍາໝັ້ນສັນຍາສາກົນໃຫ້ປະກົດຜົນເປັນຈິງເທື່ອລະກ້າວ; ພັດທະນາພື້ນຖານກະສິກໍາສີຂຽວຂອງຫວຽດນາມ ໃນສະພາບທີ່ໄດ້ຮັບຜົນກະທົບຈາກການປະຕິວັດອຸດສາຫະກໍາ ຄັ້ງທີ 4; ຮູບແບບການເຕີບໂຕສີຂຽວ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ບາງທ້ອງຖິ່ນຂອງຫວຽດນາມ, ກໍານົດທິດກ້າວໄປເຖິງພື້ນຖານເສດຖະກິດຕະຫຼາດຊີວະພາບສັງຄົມ, ບັນດາບາດກ້າວພັດທະນາ, ຄວາມສະດວກ ແລະສິ່ງທ້າທາຍໃນການຫັນປ່ຽນພະລັງງານ, ສ້າງພື້ນຖານກະສິກໍາສີຂຽວຂອງເຢຍລະມັນ; ການກະທົບຈາກວິວັດການຫັນປ່ຽນພະລັງງານ ສໍາລັບຜູ້ອອກແຮງງານ ແລະບັນດາມາດຕະການໜູນຊ່ວຍຂອງກໍາມະບານ.

ໂດຍ: ທູຈາງ