ທີ່ການພົບປະ, ການນຳສອງທ່ານໄດ້ແລກປ່ຽນກ່ຽວກັບການພົວພັນສອງຝ່າຍລະຫວ່າງຫວຽດນາມ - ອາເມລິກາ ແລະ ບັນດາບັນຫາພາກພື້ນ ແລະສາກົນ.

ທ່ານ ຟ້າມມິງຈິ໊ງ ຕີລາຄາວ່າ ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ແມ່ນການພົວພັນແບບພິເສດ. ສອງປະເທດ ໄດ້ຜ່ານຜ່າອະດີດຕະການທີ່ເຈັບປວດຈາກສົງຄາມ, ພ້ອມກັນຮ່ວມມືຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານໃຫ້ນັບມື້ນັບພັດທະນາຢ່າງແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ. ຫວຽດນາມ ປາດຖະໜາຢາກໃຫ້ອາເມລິກາ ສືບຕໍ່ໜູນຊ່ວຍ, ຊ່ວຍເຫຼືອ ແລະຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດ ເຊິ່ງ ອາເມລິກາ ມີທ່າແຮງ ແລະຫວຽດນາມ ມີຄວາມສາມາດບົ່ມຊ້ອນ ແລະມີຄວາມຕ້ອງການ ເປັນຕົ້ນແມ່ນການສະກັດກັ້ນ ແລະຕ້ານໂລກລະບາດ, ການຫັນເປັນດີຈີຕອນ, ການຫັນລະບົບຕ່ອງໂສ້ການສະໜອງເປັນຫຼາຍຮູບຫຼາຍແບບ, ການຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະບຳລຸງສ້າງຊັບພະຍາກອນມະນຸດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Joe Biden ປະທານາທິບໍດີ ອາເມລິກາ. ພາບ: qdnd.vn

ສ່ວນທ່ານປະທານາທາບໍດີ Joe Biden ໄດ້ແບ່ງປັນວ່າ ໃນນາມສ່ວນຕົວ ຍາມໃດທ່ານ ກໍ່ສະຫງວນອາລົມຈິດໃຫ້ແກ່ປະເທດ ແລະຊາວຫວຽດນາມ. ທ່ານ ໃຫ້ຮູ້ວ່າ ອາເມລິກາ, ໃນຖານະເປັນປະເທດພັດທະນາແຖວໜ້າປາດຖະໜາຢາກຮ່ວມມືໜູນຊ່ວຍບັນດາປະເທດກຳລັງພັດທະນາ ແລະດ້ອຍພັດທະນາໃນຫຼາຍຂົງເຂດທີ່ສຸດ, ໃນນັ້ນ, ມີການພັດທະນາເສດຖະກິດການຄ້າ, ການສະກັດກັ້ນ, ຕ້ານໂລກລະບາດ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານ Joe Biden ຢືນຢັນວ່າ ອາເມລິກາ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອສາມາດເພີ່ມທະວີການໜູນຊ່ວຍ ຫວຽດນາມ ແລະ ບັນດາປະເທດຢູ່ພາກພື້ນໃນຂົງເຂດນີ້.

ເມື່ອແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານປະທານາທິບໍດີ Joe Biden ໄດ້ເຫັນດີກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່ຽວກັບການເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະລະບອບການເມືອງລະຫວ່າງບັນດາປະເທດ, ບໍ່ນໍາໃຊ້ກຳລັງອາວຸດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະກົດບັດສະຫະປະຊາຊາດ; ຮັບປະກັນຄວາມເສລີໃນການເດີນທະເລ ແລະການບິນທີ່ສອດຄ່ອງກັບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982).

ໂດຍ: ທະນາພອນ