ຕ້ອນຮັບທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ຢູ່ສະໜາມບິນ ມີທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈໍາຫວຽດນາມ,  ທ່ານ ຫງວຽນກ໊ວກຢຸ້ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ ແລະພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈໍາ ອາເມລິກາ.

ຕອນເຊົ້າວັນທີ 11 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ຕ້ອນຮັບທ່ານນາງ Gina Raimondo ລັດຖະມົນຕີກະຊວງການຄ້າອາເມລິກາ. ໂດຍພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ແລະທ່ານນາງ Gina Raimondo ລັດຖະມົນຕີກະຊວງການຄ້າອາເມລິກາ, ກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມຫວຽດນາມ ແລະບໍລິສັດ Casa Systems ໄດ້ເຊັນບົດບັນທຶກຊ່ວຍຈໍາລະຫວ່າງສອງຝ່າຍ. ເຫດການນີ້ສ້າງຂີດໝາຍເປີດສາກການພົວພັນຄູ່ຮ່ວມມືພ້ອມກັນຄົ້ນຫາ, ຂຸດຄົ້ນ, ໝູນໃຊ້ເຕັກນິກ ແລະເຕັກໂນໂລຊີ ໃນຂົງເຂດ 5ຈີ ຢູ່ຫວຽດນາມ.  

leftcenterrightdel
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານນາງ Gina Raimondo ລັດຖະມົນຕີກະຊວງການຄ້າ ອາເມລິກາ. ພາບ: qdnd.vn

ໃນວັນດຽວກັນ, ທ່ານ ຟ້າມມິງຈີ໊ງ ໄດ້ພົບປະກັບທ່ານ Patrick Leahy ສະມາຊິກສະພາສູງ ແລະບາງສະມາຊິກລັດຖະສະພາອາເມລິກາ ຢູ່ຫໍສະພາແຫ່ງຊາດອາເມລິກາ; ຕ້ອນຮັບທ່ານນາງ Janet Yellen ລັດຖະມົນຕີກະຊວງການເງິນອາເມລິກາ. ກໍໃນຕອນເຊົ້າຂອງວັນທີ 11 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ເປັນສັກຂີພິຍານຜູ້ຕາງໜ້າການນໍາທະນາຄານການຄ້າຫຸ້ນສ່ວນພັດທະນານະຄອນ ໂຮ່ຈີມິນ (HDBank) ແລະຜູ້ຕາງໜ້າການນໍາອົງການການເງິນສາກົນ (IFC) ມອບຮັບບົດບັນທຶກຊ່ວຍຈໍາ, ຮ່ວມມືຍຸດທະສາດ, ຊຸກຍູ້ການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະກາງ ເຂົ້າເຖິງແຫຼ່ງການເງິນ ແລະເຂົ້າຮ່ວມຕ່ອງໂສ້ການສະໜອງທົ່ວໂລກ, ລວມມີການອຸປະຖໍາຕ່ອງໂສ້ກະສິກໍາໝູນໃຊ້ເຕັກໂນໂລຊີສູງ. ຫວັງວ່າການຮ່ວມມືນີ້ຈະຊ່ວຍ HDBank ສ້າງບັນຊີລາຍຊື່ອຸປະຖໍາລະບົບຕ່ອງໂສ້ການສະໜອງທີ່ຂຶ້ນເຖິງ 1 ຕື້ໂດລາສະຫະລັດ ໃນໄລຍະ 3 ປີຕໍ່ໜ້າ, ພ້ອມທັງພັດທະນາບັນຊີລາຍຊື່ອຸປະຖໍາຕ່ອງໂສ້ (SCF) - ປັດຈຸບັນກໍາລັງເຄື່ອນໄຫວໃນຂົງເຂດວັດສະດຸກໍ່ສ້າງ, ດໍາເນີນທຸລະກິດຜະລິດຕະພັນກະເສດ, ຂະແໜງເຄື່ອງບໍລິໂພກ-ອຸປະໂພກ ໄວ ກໍຄືບັນດາຂະແໜງອຸດສາຫະກໍາສຳຮອງ ແລະແຈກຢາຍຈໍາໜ່າຍນໍ້າມັນແອັດຊັງ.

ໂດຍ: ໄຊຊະນະ