leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະບັນດາສະຫາຍສະມາຊິກສະພາແຫ່ງຊາດແຂວງໄທງວຽນ ເຂົ້າຮ່ວມກອງປະຊຸມພົບປະຜູ້ມີສິດເລືອກຕັ້ງແບບທາງໄກ. ພາບ: ຝູ໊ເຊີນ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຝູ໊ເຊີນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນເອກ ຟານວັນຢາງ ສະແດງຄວາມນັບຖືຢ່າງສູງຕໍ່ບັນດາຄຳຄິດເຫັນ, ຂໍ້ສະເໜີທີ່ຈິງໃຈ, ມີຄວາມຮັບຜິດຊອບຂອງຜູ້ມີສິດເລືອກຕັ້ງ; ແຈ້ງໃຫ້ຊາບບາງເນື້ອໃນຈຸດສຸມທ່ີກອງປະຊຸມສູນກາງ ຄັ້ງທີ 5 (ສະໄໝທີ XIII); ແຈ້ງໃຫ້ຊາບສະພາບການໂລກ, ພາຍໃນປະເທດໂດຍສັງເຂບ, ໂດຍສະເພາະແມ່ນການປະທະກັນລະຫວ່າງບັນດາປະເທດໃນໂລກ ເຊິ່ງປະຈຸບັນຫາງສຽງພວມເອົາໃຈໃສ່ເປັນພິເສດ ແລະໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ເປັນເຈົ້າການຄົ້ນຄວ້າ, ຕີລາຄາ, ຄາດຄະເນສະພາບການຢ່າງຖືກຕ້ອງ, ລາຍງານ ແລະເປັນເສນາທິການໃຫ້ພັກ, ລັດບັນດາແຜນນະໂຍບາຍ, ລັດຖະນະໂຍບາຍຢ່າງເໝາະສົມ, ທັນການ, ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໃຫ້ໝັ້ນຄົງ. ໜ້າເອົາໃຈໃສ່ແມ່ນປະຈຸບັນ, ກອງທັບພວມເຂົ້າຮ່ວມບັນດາການເຄື່ອນໄຫວຊ່ວຍເຫຼືອປະຊາຊົນ ສະກັດກັ້ນ ແລະຕ້ານໄພທຳມະຊາດຢ່າງມີປະສິດທິຜົນ; ຈັດສົ່ງພະນັກງານ, ນັກຮົບເຂົ້າຮ່ວມແຂ່ງຂັນ ແລະສົມທົບກັບບັນດາກຳລັງ ຮັບປະກັນຄວາມປອດໄພໃຫ້ຊີເກມ 31.

leftcenterrightdel
ບັນຍາກາດກອງປະຊຸມທີ່ສະຖານທີ່ເຊື່ອມຕໍ່ໃຈກາງ. ພາບ: ຝູ໊ເຊີນ.

ທ່ານລັດຖະມົນຕີ ຟານວັນຢາງ ປາດຖະໜາຢາກໃຫ້ແຂວງໄທງວຽນ ຕ້ອງສືບຕໍ່ປະຕິບັດບັນດານະໂຍບາຍຮັບປະກັນຊີວິດສັງຄົມ, ສະຫວັດດີການສັງຄົມ, ເບິ່ງແຍງດູແລຜູ້ທີ່ມີຄຸນງາມຄວາມດີ ແລະບັນດາເປົ້າໝາຍນະໂຍບາຍພິເສດ. ໃນຕໍ່ໜ້າ, ຕ້ອງສຸມໃສ່ເຮັດໃຫ້ສຳເລັດໜ້າທີ່ຈັດຕັ້ງການຝຶກແອບເຂດປ້ອງກັນຂັ້ນແຂວງປີ 2022 ແລະບັນດາໜ້າທີ່ສະກັດກັ້ນ, ຕ້ານໄພທຳມະຊາດ, ກູ້ຊີບກູ້ໄພ...

ໂດຍ: ແສງເດືອນ