ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຄະນະປະຈໍາຄະນະຊີ້ນໍາຂັ້ນສູງກາງ ກ່ຽວກັບການສ້າງລະບອບລະບຽບການ ແລະກົດໝາຍໃຫ້ສົມບູນແບບ
ກປ.ອອນໄລ - ຕອນບ່າຍວັນທີ 11 ມີນາ, ທີ່ສໍານັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່, ຫົວໜ້າຄະນະຊີ້ນໍາຂັ້ນສູງກາງ ກ່ຽວກັບການສ້າງລະບອບລະບຽບການ ແລະກົດໝາຍໃຫ້ສົມບູນແບບ ໄດ້ເປັນປະທານກອງປະຊຸມ ໄຕມາດທີ I-2026 ຂອງຄະນະປະຈໍາຄະນະຊີ້ນໍາ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມ ໄຕມາດທີ I-2026 ຂອງຄະນະປະຈໍາຄະນະຊີ້ນໍາຂັ້ນສູງກາງ ກ່ຽວກັບການສ້າງລະບອບລະບຽບການ ແລະກົດໝາຍໃຫ້ສົມບູນແບບ. ພາບ: ສໍານັກຂ່າວສານຫວຽດນາມ. |
ເຂົ້າຮ່ວມກອງປະຊຸມມີບັນດາສະຫາຍ: ຟ້າມມິງຈີ້ງ ນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະຊີ້ນໍາ; ເຈິ່ນແທັງເໝິນ ກໍາມະການກົມການເມືອງ, ປະທານສະພາແຫ່ງຊາດ, ຮອງຫົວໜ້າຄະນະຊີ້ນໍາ; ບັນດາສະຫາຍກໍາມະການກົມການເມືອງ, ກໍາມະການຄະນະເລຂາທິການ, ກໍາມະການສູນກາງພັກ, ການນໍາລັດຖະບານ, ສະພາແຫ່ງຊາດ, ສະມາຊິກຄະນະຊີ້ນໍາ ແລະຜູ້ຕາງໜ້າການນໍາບາງຄະນະ, ກະຊວງ, ຂະແໜງການຂັ້ນສູງກາງ.
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງວ່າ ໃນວິວັດການສ້າງຮ່າງແຜນຮ່າງກໍານົດທິດນິຕິບັນຍັດ ອາຍຸການສະພາແຫ່ງ ຊາດ ຊຸດທີ XVI, ຕ້ອງເອົາໃຈໃສ່ເປັນພິເສດເຖິງການຫັນບັນດາເນື້ອໃນຫຼັກແຫຼ່ງແກ່ນສານ, ສໍາຄັນຂອງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໃຫ້ເປັນລະບອບລະບຽບການ; ພ້ອມທັງຮັບປະກັນຢ່າງຄົບຊຸດກັບຂໍ້ສະຫຼຸບຂອງກົມການເມືອງ ກ່ຽວກັບການສ້າງໂຄງປະກອບລະບົບກົດໝາຍຫວຽດນາມ ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດໃນສັງກາດໃໝ່.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ. |
ສໍາລັບບົດລາຍງານຫົວເລື່ອງສະເພາະກ່ຽວກັບກົນໄກ, ນະໂຍບາຍ, ມາດຕະການໃຫຍ່ ເພື່ອຫັນແຜນນະໂຍບາຍ, ການກໍານົດທິດຂອງພັກ ກ່ຽວກັບການພັດທະນາເສດຖະກິດເອກະຊົນຕາມມະຕິ ເລກທີ 68- NQ/TW ຂອງກົມການເມືອງ ໃຫ້ເປັນລະບອບລະບຽບການ, ທ່ານເລຂາທິການໃຫຍ່ ສະເໜີສືບຕໍ່ຫັນບັນດາແຜນນະໂຍບາຍຂອງພັກ ກ່ຽວກັບການພັດທະນາເສດຖະກິດເອກະຊົນ ຕາມເນື້ອໃນຈິດໃຈກອງປະຊຸມໃຫຍ່ຄັ້ງທີ XIV, ມະຕິເລກທີ 68 ແລະບັນດາມະຕິຍຸດທະສາດອື່ນຂອງສູນກາງ ໃຫ້ເປັນລະອຽດ, ເປັນລະບອບລະບຽບການຢ່າງຄົບຖ້ວນ. ສ້າງກົນໄກ, ນະໂຍບາຍ, ສ້າງສະພາບແວດລ້ອມແຫ່ງການລົງທຶນດໍາເນີນທຸລະກິດສະດວກ, ຫຼຸດຜ່ອນຄ່າໃຊ້ຈ່າຍ, ປະຕິບັດຕາມກົດໝາຍ; ຮັບປະກັນບັນດາແຫຼ່ງກໍາລັງກ່ຽວກັບທີ່ດິນ, ທຶນຮອນ, ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ ແລະຫັນເປັນດີຈີຕອນ ເພື່ອຊຸກຍູ້ເສດຖະກິດພາກເອກະຊົນໃຫ້ພັດທະນາຢ່າງແຮງກວ່າ”.
ໂດຍ: ໄຊຊະນະ