ທີ່ກອງປະຊຸມ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ ໄດ້ຜ່ານບົດລາຍງານໝາກຜົນ ແລະຂີດໝາຍພົ້ນເດັ່ນຂອງຫວຽດນາມ ພາຍຫຼັງ 2 ປີຜ່ານມາຢູ່ສະພາຄວາມໝັ້ນຄົງ ສປຊ.

ໃນ 2 ປີຜ່ານມາ, ດ້ວຍການຮ່ວມມື ແລະສົມທົບຂອງຄູ່ຮ່ວມງານບັນດາປະເທດຢູ່ສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ໄດ້ປະຕິບັດສຳເລັດ ທຸກເປົ້າໝາຍທີ່ໄດ້ວາງອອກໃນອາຍຸການ ແລະໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ, ປະກອບສ່ວນຍົກສູງຖານະບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງ ຂອງປະເທດຊາດ ຢູ່ເວທີສາກົນໃຫ້ຫຼາຍກ່ວາອີກ. ນີ້ແມ່ນຜົນງານອັນໃຫຍ່ຫຼວງຂອງວຽກງານການຕ່າງປະເທດ, ຢັ້ງຢືນໄດ້ຖານະບົດບາດ, ທີ່ຕັ້ງ ແລະ ຂອບຂະໜາດໃໝ່ຂອງຫວຽດນາມ ໃນເວທີສາກົນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: qdnd.vn

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຮຽກຮ້ອງວ່າ: ການໝູນໃຊ້ຖານະບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງປະເທດຊາດຢ່າງມີປະສິດທິຜົນນັ້ນ ໄດ້ສືບຕໍ່ຊຸກຍູ້ ແລະເຮັດໃຫ້ການພົວພັນສອງຝ່າຍກັບບັນດາປະເທດ, ອົງການຈັດຕັ້ງສາກົນເລິກເຊິ່ງຂຶ້ນຕື່ມ, ໝູນໃຊ້ກາລະໂອກາດຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກນິກ, ເຕັກໂນໂລຢີກັບບັນດາປະເທດຢ່າງສຸດຂີດ ເປັນຕົ້ນແມ່ນບັນດາປະເທດໃຫຍ່ໃນສະພາບການພະຍາດໂຄວິດ - 19, ກໍ່ຄືໃນໄລຍະປົກກະຕິພາຍຫຼັງໂຄວິດ - 19. ບັນດາການເຄື່ອນໄຫວຕ່າງປະເທດຄວນໄດ້ຜັນຂະຫຍາຍບົນພື້ນຖານ “ສະໜິດສະໜົມ, ຈິງໃຈ, ໄວ້ເນື້ອເຊື່ອໃຈ, ສະເໝີພາບ, ເຄົາລົບນັບຖື, ຮັບຟັງ, ຮ່ວມມື, ມີປະສິດທິຜົນ ແລະພ້ອມກັນພັດທະນາ”, ສ້າງພື້ນຖານຍາດແຍ່ງເອົາແຫຼ່ງກຳລັງຈາກສາກົນ, ປະກອບສ່ວນປະຕິບັດຄວາມຄາດຫວັງພັດທະນາປະເທດຊາດແບບຍືນຍົງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະບັນດາຜູ້ແທນຖ່າຍຮູບລວມທີ່ກອງປະຊຸມ. ພາບ: qdnd.vn

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຊື່ອໝັ້ນວ່າ ໃນໄລຍະພັດທະນາໃໝ່, ວຽກງານການຕ່າງປະເທດຈະສືບຕໍ່ປະກອບສ່ວນເຂົ້າໃນພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ ໃຫ້ຫຼາຍກວ່າອີກ.

ໂດຍ: ທະນາພອນ